ສະຫະພາບເອີຣົບອອກຖະແຫຼງການຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງກັບສະຖານະການໂກໂຊໂວຈົ່ງຮັກສາຄວາມອົດກັ້ນໄວ້

2022-12-29 15:13:56 CRI

ວັນທີ 28 ທັນວານີີ້ຕາມເວລາທ້ອງຖິ່ນ, ສະຫະພາບເອີຣົບໄດ້ອອກຖະແຫຼງການ ໂດຍຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງກັບສະຖານະການໂກໂຊໂວຈົ່ງຮັກສາຄວາມອົດກັ້ນໄວ້ຈົນເຖິງທີ່ສຸດ ແລະ ໃຊ້ການກະທຳຕົວຈິງ ເພື່ອຜ່ອນຄາຍສະຖານະການອັນເຄັ່ງຕຶງຂອງທ້ອງຖິ່ນ. ຖະແຫຼງການລະບຸວ່າ: ສະຫະພາບເອີຣົບ ແລະ ອາເມຣິກາພວມສົນທະນາກັບສອງຝ່າຍທີ່ປະທະກັນ ເພື່ອຊອກຫາແຜນແກ້ໄຂສະຖານະການອັນເຄັ່ງຕຶງຂອງທ້ອງຖິ່ນດັ່ງກ່າວໂດຍຜ່ານຊ່ອງທາງການເມືອງ.


ເດືອນກຸມພາປີ 2008, ໂກໂຊໂວໄດ້ປະກາດເອກະລາດແຕ່ຝ່າຍດຽວ, ແຕ່ແຊກບີໄດ້ຍຶດໝັ້ນອະທິປະໄຕເໜືອໂກໂຊໂວຢ່າງສະເໝີຕົ້ນສະເໝີປາຍ. ໃນໄລຍະມໍ່ໆມານີ້, ຍ້ອນວ່າອະດີດເຈົ້າໜ້າທີ່ຕຳຫຼວດຊົນເຜົ່າແຊກບີຄົນໜຶ່ງຂອງໂກໂຊໂວຖືກຈັບຕົວ ແລ້ວເຮັດໃຫ້ເກີດມີການປະທ້ວງ, ສະຖານະການຢູ່ພາກເໜືອຂອງໂກໂຊໂວຈິ່ງເຄັ່ງຕຶງຂຶ້ນຕື່ມອີກ.