ໄທຄາດວ່າປີໜ້າຈະມີນັກທ່ອງທ່ຽວຈີນເຂົ້າປະເທດ 5 ລ້ານເທື່ອຄົນ

2022-12-29 15:12:03 CRI

ຄຽງຄູ່ກັບຈີນໄດ້ຍົກເລີກມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ເທື່ອລະກ້າວ, ໄທຄາດວ່າປີໜ້າຈະສາມາດຕ້ອນຮັບນັກທ່ອງທ່ຽວຈີນ 3 ຫາ 5 ລ້ານເທື່ອຄົນ. ແຕ່ວ່າ, ຜູ້ປະກອບການໃນຂະແໜງການທ່ອງທ່ຽວຂອງຈີນອາດຈະບໍ່ສາມາດທຳການກະກຽມໄດ້ຢ່າງວ່ອງໄວ ເພື່ອຈັດສັນນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດ.


ເຈົ້າໜ້າທີ່ສະມາຄົມບໍລິສັດທ່ອງທ່ຽວໄທກ່າວວ່າ: ໃນໄລຍະເກີດການແພ່ລະບາດຂອງພະຍາດໂຄວິດ-19, ມີຜູ້ປະກອບການໃນຂະແໜງການທ່ອງທ່ຽວຂອງຈີນຈຳນວນບໍ່ໜ້ອຍໄດ້ຍ້າຍໄປເຮັດວຽກໃນຂະແໜງການອື່ນ, ຂະແໜງການທ່ອງທ່ຽວຈະຂາດຜູ້ປະກອບການຫຼາຍ ແລະ ຍາກທີ່ຈະເພີ່ມຂຶ້ນໃນໄລຍະສັ້ນ ເພື່ອພໍທີ່ຈະສາມາດຟື້ນຟູການດຳເນີນງານຢ່າງເປັນປົກກະຕິ.

ອົງການທ່ອງທ່ຽວແຫ່ງຊາດໄທເຄີຍຄາດຄະເນວ່າ: ນັກທ່ອງທ່ຽວຈີນຈະເລີ່ມໄປທ່ຽວໄທໃນໄລຍະບຸນປີໃໝ່ຈີນໃນເດືອນມັງກອນປີໜ້າ.


ສະມາຄົມບໍລິສັດທ່ອງທ່ຽວໄທໄດ້ຮຽກຮ້ອງໃຫ້ລັດຖະບານໄທເພີ່ມຖ້ຽວບິນໃຫ້ຫຼາຍຂຶ້ນ ພ້ອມທັງສຸມໃສ່ໂຄສະນາເພື່ອດຶງດູດນັກທ່ອງທ່ຽວຈີນ.