ຈີນກຳນົດເວລາໄຂກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປີ 2023

2022-12-30 16:08:41 CRI

ວັນທີ 30 ທັນວານີ້, ກອງປະຊຸມຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ຜ່ານຂໍ້ຕົກລົງກ່ຽວກັບການໄຂກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14. ໂດຍອີງຕາມຂໍ້ຕົກລົງດັ່ງກ່າວ, ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 5 ມີນາປີ 2023.


ຄະນະກຳມະການທົ່ວປະເທດຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດກອງປະຊຸມປະທານໃນຫວ່າງມໍ່ໆມານີ້ ໂດຍສະເໜີໃຫ້ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 4 ມີນາ ປີ 2023.