CMG ສະຫຼຸບ 10 ຂ່າວເຫດການເດັ່ນດ້ານເສດຖະກິດການຄ້າປີ 2022

2022-12-30 16:07:30 cri

ຫວ່າງມໍ່ໆມານີ້, ວິທະຍຸ ແລະໂທລະພາບສູນກາງຈີນ ຫຼື CMG ໄດ້ສະຫຼຸບ 10 ຂ່າວເຫດການເດັ່ນດ້ານເສດຖະກິດການຄ້າປີ 2022 ຄື:

1, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຈັດຂຶ້ນຢ່າງມີໄຊ, ຈີນເລີ່ມຂະບວນການອອກເດີນທາງຄັ້ງໃໝ່ເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ.

2, ຈີນວາງແຜນຢ່າງເປັນເອກະພາບແລະມີປະສິດທິພາບສູງໃນການປ້ອງກັນ-ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກັບ ການພັດທະນາເສດຖະກິດ-ສັງຄົມ, ປະລິມານເສດຖະກິດໝົດປີ 2022 ຂອງຈີນຈະລື່ນກາຍ 120.000 ຕື້ຢວນ.

3, ຜູ້ຊົມງານກິລາໂອລິມປິກລະດູໜາວປັກກິ່ງໃນທົ່ວໂລກໄດ້ທຳລາຍສະຖິຕິ, ເປັນການຊຸກຍູ້ໃຫ້ເສດຖະກິດຫິມະແລະນ້ຳກ້າມຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ.

4, ຍອດຜົນຜະລິດທັນຍາຫານໝົດປີຂອງຈີນໄດ້ລື່ນກາຍ 650 ຕື້ກິໂລເປັນ 8 ປີລຽນຕິດ, ຄວາມໝັ້ນຄົງດ້ານສະບຽງອາຫານມີຄວາມຮັບປະກັນເປັນຢ່າງສູງ.

5, ຜົນຜະລິດຖ່ານຫີນຂອງຈີນໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ, ການຜະລິດນ້ຳມັນດິບຄາດວ່າຈະລື່ນກາຍ 200 ລ້ານໂຕນ, ກຳລັງຕິດຕັ້ງການຜະລິດໄຟຟ້າດ້ວຍພະລັງງານໃໝ່ໄດ້ຮັກສາການເຕີບໂຕຢ່າງວ່ອງໄວ, ໄດ້ກາຍເປັນສິ່ງຄ້ຳຊູການພັດທະນາເສດຖະກິດຢ່າງມີປະສິດທິຜົນ.

6, ການຄ້າກັບຕ່າງປະເທດຂອງຈີນໄດ້ຮັກສາການເຕີບໂຕຢ່າງໝັ້ນທ່ຽງ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອການຟື້ນຟູເສດຖະກິດແຫ່ງຊາດ.

7, ສະຖານີອະວະກາດຂອງຈີນໄດ້ສ້າງສຳເລັດຢ່າງຮອບດ້ານ, ເຮືອບິນໂດຍສານລຸ້ນ C919 ໄດ້ຮັບການອະນຸມັດເປີດບໍລິການ ເຊິ່ງເປັນຄວາມຄືບໜ້າຢ່າງໃຫຍ່ຫຼວງຂອງອຸດສາຫະກຳການບິນອະວະກາດ ແລະ ການບິນພົນລະເຮືອນຂອງຈີນ

8, ເຂື່ອນໄຟຟ້ານ້ຳຕົກປາຍເຮີ້ຖ່ານ ເລີ່ມຜະລິດພະລັງງານໄຟຟ້າຢ່າງຮອບດ້ານ, ຈີນໄດ້ສ້າງສຳເລັດແລວພະລັງງານສະອາດໃຫຍ່ທີ່ສຸດຂອງໂລກ.

9, ລະບົບການປະກັນສຸຂະພາບທົ່ວປະເທດເປັນເອກະພາບຂອງຈີນໄດ້ສ້າງສຳເລັດຢ່າງຮອບດ້ານ, ສາມາດກວມເອົາຜູ້ເຂົ້າຮ່ວມການປະກັນສຸຂະພາບໃນທົ່ວປະເທດເຖິງ 1.360 ລ້ານຄົນ, ການບໍລິການດ້ານການປະກັນສຸຂະພາບຂອງຈີນມີຫຼາຍຮູບແບບ, ວ່ອງໄວກວ່າເກົ່າ ແລະ ຄ່ອງແຄ້ວກວ່າເກົ່າ.

10, ຈີນສ້າງສຳເລັດອິນເຕີເນັດຄວາມຖີ່ສູງແບບເຄື່ອນທີ່ ແລະ ເຄືອຂ່າຍສາຍແກ້ວໃຍແສງໃຫຍ່ທີ່ສຸດຢູ່ໃນໂລກ, ພື້ນຖານໂຄງລ່າງລຸ້ນໃໝ່ໄດ້ເພີ່ມພະລັງຊຸກດັນໃຫ້ແກ່ອຸດສາຫະກຳການຜະລິດ.