ຍອດປະລິມານການຜະລິດນໍ້າມັນເຊື້ອໄຟ ແລະອາຍແກັສທໍາມະຊາດຂອງບໍ່ນໍ້າມັນຕ້າຊີ້ງຂອງຈີນຫຼາຍກວ່າ 40 ລ້ານໂຕນ 20 ປີລຽນຕິດ

2022-12-31 12:31:01 CRI



    ບໍ່ນໍ້າມັນຕ້າຊີ້ງແຂວງເຮີ່ຍລົງຈ່ຽງ, ປະເທດຈີນເຜີຍໃຫ້ຮູ້ໃນຫວ່າງມໍ່ໆມານີ້ວ່າ: ໃນປີ 2022, ບໍ່ນໍ້າມັນຕ້າຊີ້ງໄດ້ຮັກສາທ່ວງທ່າທີ່ຜົນຜະລິດນໍ້າມັນເຊື້ອໄຟມີຄວາມໝັ້ນທ່ຽງ ແລະອາຍແກັສທໍາມະຊາດເພີ່ມຂຶ້ນ, ຍອດປະລິມານການຜະລິດນໍ້າມັນເຊື້ອໄຟ ແລະອາຍແກັສທໍາມະຊາດຢູ່ພາຍໃນ ແລະຕ່າງປະເທດຫຼາຍກວ່າ 40 ລ້ານໂຕນເປັນເວລາ 20 ປີລຽນຕິດ.

    ໃນນັ້ນ, ຍອດປະລິມານການຜະລິດນໍ້າມັນດິບຫຼາຍກວ່າ 30 ລ້ານໂຕນ 8 ປີລຽນຕິດ, ອາຍແກັສທໍາມະຊາດຫຼາຍກວ່າ 5,5 ຕື້ແມັດກ້ອນ, ມີຈັງຫວະເຕີບໂຕຫຼາຍທີ່ສຸດໃນຮອບ 10 ປີຜ່ານມາ ແລະໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງເປັນເວລາ 12 ປີລຽນຕິດ, ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ເປັນ “ເສົາຄໍ້າ” ໃນການປົກປັກຮັກສາຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຈີນຢ່າງເຕັມສ່ວນ.