刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຊ່ຽວຊານ​ອົງ​ການ​ ສ​ປ​ຊ ກ່າວ​ວ່າ: ປີ 2021 ຈີນ​ໄດ້​ນຳ​ພາ​ການ​ຟື້ນ​ຟູ​ດ້ານ​ການ​ຄ້າ​ແລະ​ເສດ​ຖະ​ກິດ​ຂອງ​ໂລກ

2022-01-01 13:30:25 cri

 

ທ່ານຫຼຽງ​ກົວ​ຢງ ນັກ​ເສດ​ຖະ​ສາດ​ຜູ້​ອາ​ວຸ​ໂສ​ຂອງສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ອົງ​ການ​ ສ​ປ​ຊ ໄດ້​ກ່າວ​ໃນ​ກ່ອນ​ໜ້າ​ນີ້​ວ່າ: ປີ 2021, ຈີນ​ໄດ້​ນຳ​ພາ​ການ​ຟື້ນ​ຟູ​​ດ້ານການ​ຄ້າ​ແລະ​ເສ​ດ​ຖະ​ກິດ​ຂອງ​ໂລກ.

ອົງ​ຕາມ​ຜົນ​ການ​ຄາດ​ຄະ​ນີຫຼ້າ​ສຸດ​ຂອງ​ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ອົງ​ການ ສ​ປ​ຊ, ປີ 2021, ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າ​ແລະການ​ບໍ​ລິ​ການ​ທົ່ວ​ໂລກ​ອາດ​ຈະ​ເພີ່ມ​ຂຶ້ນ 23% ເມື່ອ​ທຽບ​ໃສ່​ປີ​ກ່ອນ ເຊິ່ງ​ຈະ​ມີ​ມູ​ນ​ຄ່າ​ເຖິງ 28000 ຕື້​ໂດ​ລາ​ສະ​ຫະ​ລັດ. ໃນ​ນັ້ນ, ມູນ​ຄ່າ​ສິນ​ຄ້າ​ມີ​ 22.000 ຕື້​ໂດ​ລາ​ສະ​ຫະ​ລັດ ​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​​ຄັ້ງ​ໃໝ່ໃນ​ປະ​ຫວັດ​ສາດ, ມູນ​ຄ່າ​ການ​ຄ້າ​ການ​ບໍ​ລິ​ການ​ມີ 6000 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​​ຕ່ຳ​ກວ່າ​ລະ​ດັບ​ກ່ອ​ນ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທ່ານຫຼຽນ​ກົວ​ຢົງ​ກ່າວ​ວ່າ: ປີ 2021, ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ໄປ​ໃນ​ແງ່​ດີ​ໂດຍ​ພື້ນ​ຖານ, ໜຶ່ງ​ແມ່ນ​ຍ້ອນໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ປັດ​ໃຈ​ພາຍນອກ​ຕ່າງໆ ເປັນ​ຕົ້ນ​​ແມ່ນ: ການ​ຟື້ນ​ຟູ​​ດ້ານເສດ​ຖະ​ກິດ​ຂອງ​ໂລກ, ລາ​ຄາ​ສິນ​ຄ້າລາຍ​ໃຫຍ່​ຖີບ​ໂຕ​ສູງ​ຂຶ້ນ ແລະກຸ່ມ​ເສດ​ຖະ​ກິດຕົ້ນ​ຕໍ​ທີ່​ພັດ​ທະ​ນາ​ແລ້ວ​ມີ​ຄວາມ​ຕ້ອງ​ການ​​ດ້ານ​ການ​ຄ້າ​ສິນ​ຄ້າຢ່າງຫຼວງຫຼາຍ, ສອງ​ແມ່ນ​ຍ້ອນ​ວ່າ​ຈີນ​ມີ​ທ່າ​ແຮງ​ພິ​ເສດ​ຂອງ​ຕົນ.

ທ່ານຫຼຽງ​ກົວ​ຢົງ​ກ່າວ​ຕື່ມ​ວ່າ: ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ​ປີ​ຜ່ານ​ມາ​ໄດ້​ຢູ່​ໃນ​ແຖວ​ໜ້າ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ, ພ້ອມ​ກັນ​ນັ້ນ, ຈີນ​ສືບ​ຕໍ່​ຊຸກ​ຍູ້​ການ​ເປີດປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ, ເປີດກວ້າງ​ການ​ເປີດ​ປະ​ຕູ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ​ຕ່າໆຢ່າງ​​ມີລະ​ບຽບ ເຊັ່ນ​ຂົງ​ເຂດໂທ​ລະຄົມ, ການ​ປິ່ນ​ປົວ​ພະ​ຍາດ​ແລະ​ອື່ນໆ, ຈີນ​ຍັງ​ໄດ້​ຈັດາງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ ແລະ​ງານຕະ​ຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ ເຊິ່ງ​ເປັນ​ງານ​ມະ​ໂຫລານ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ສອງ​ຄັ້ງ, ໄດ້​ນຳ​ພາ​ກາ​ນ​ຟື້ນ​ຟູ​ດ້ານ​ການ​ຄ້າ​ຂອງ​ໂລກ, ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ​ຕໍ່​ກັບ​ການ​ຄ້າ​ຂອງ​ໂລກ.

ຄຳ​ເຫັນ

0