刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຄວນ​ປົດ​ໜ້າ​ກາກ​ຈອມ​ປອມທີ່​ມີ​ສອງ​ມາດ​ຕະ​ຖານ​ຕໍ່​ປະ​ຊາ​ທິ​ປະ​ໄຕ

2022-01-01 16:24:31 cri

 

ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​ນັກ​ວິ​ຊາ​ການ​ໃນ​ສາ​ກົນ​ໄດ້​ຕຳ​ໜິ​ວິ​ຈານ​ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາແລະ​​ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດປະ​ຊາ​ທິ​ປະ​ໄຕ” ​ທີ່​ຈັດ​ໂດຍ​ອາ​ເມ​ຣິ​ກາ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ວັນ​ທີ 31 ທັນ​ວາ​ປີ 2021 ແລ້ວ​ນີ້​ວ່າ: ອາ​ເມ​ຣິ​ກາ​ຄວນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ສຽງ​ຕຳ​ນິ​ວິ​ຈານ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ຊາ​ຄົມ​ໂລກ, ​ສຳ​ນຶກ​ເຖິງ​ຄວາມ​ຜິດ​ຂອງ​ຕົນ​ຢ່າງ​ເລິກ​ເຊິ່ງ, ປົດ​ໜ້າ​ກາກ​ຈອມ​ປອມ​ທີ່​ມີ​ສອງ​ມາດ​ຕະ​ຖານ​ຕໍ່​ປະ​ຊາ​ທິ​ປະ​ໄຕ, ແກ້​ໄຂ​ບັນ​ຫາ​ພາຍ​ໃນ​ປະ​ເທດ​ຕົນ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ແລະ​ຕອບ​ສະ​ໜອງ​ຄວາມ​ເປັນ​ຫ່ວງ​ຂອງ​ປະ​ຊາ​ຄົມ​ໂລກ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ຈີນ​ມີ​ຈຸດ​ຢືນ​ວ່າ: ປະ​ຊາ​ທິ​ປະ​ໄຕ​ແມ່ນ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ, ບໍ່​ມີ​ໃຜ​ຈະ​ສາ​ມາດຕັ້ງ​ໂຕ​ເປັນ​ປະ​ລາ​ມາ​ຈານ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ທີ່​ເໜືອກວ່າ​ປະ​ເທດ​ອື່ນ. ໃນ​ຄວາມ​ເປັນ​ຈິງ​ແລ້ວ, ອາ​ເມ​ຣິ​ກາ​ກໍ​ບໍ່​ມີ​ສິດ​ເປັນ​ປະ​ລາ​ມາ​ຈານ​ແບບ​ນີ້.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ໄດ້​ເບິ່ງ​ຂ້າມ​ບັນ​ຫາ​ແລະ​ການ​ກະ​ທຳ​ທີ່​ຊົ່ວ​ຊ້າຕ່າງໆ​ຂອງ​ຕົນ, ​ແລະປັ້ນ​ແຕ່ງ​ຫົວ​ຂໍ້​ປອມ​ທີ່​ວ່າ: “ປະ​ຊາ​ທິ​ປະ​ໄຕ​ຕໍ່​ຕ້ານຜະ​ເດັດ​ການ” ໂດຍ​ຫັນ​ເອົາ​ບັນ​ຫາ​ປະ​ຊາ​ທິ​ປະ​ໄຕເປັນ​ແບບ​ເຄື່ອງ​ໝາຍ ແລະ​ເປັນ​ບັນ​ຫາ​ການ​ເມືອງ. ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດປະ​ຊາ​ທິ​ປະ​ໄຕ” ​ໄດ້​ສິ້ນ​ສຸດ​ຢ່າງ​ຟ້າວ​ຝັ່ງ​ຈິ່ງ​ເປັນ​ຜົນ​ທີ່​ຢູ່​ໃນ​ການ​ຄາດ​ຄິດ.

ຄຳ​ເຫັນ

0