陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ:ມີຄວາມໝັ້ນໃຈຢ່າງເຕັມ ປ່ຽມຕໍ່ການຈັດງານກິລາໂອລິມປິກລະດູໜາວປັກກິ່ງທີ່ປອດໄພແລະສຳເລັດຜົນ

2022-01-01 11:29:47 cri

ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ:ມີຄວາມໝັ້ນໃຈຢ່າງເຕັມ ປ່ຽມຕໍ່ການຈັດງານກິລາໂອລິມປິກລະດູໜາວປັກກິ່ງທີ່ປອດໄພແລະສຳເລັດຜົນ

 

  ວັນທີ 31 ທັນວາແລ້ວນີ້,ທ່ານໂທມັສ ບາກ ປະທານຄະນະກຳມະການ ໂອລິມປິກສາກົນໄດ້ກ່າວຄຳອວຍພອນປີໃໝ່ໂດຍກ່າວວ່າ:ຄອງຄອຍງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮັບຜົນສຳເລັດຢ່າງຈົບງາມແລະມີຄວາມໝັ້ນໃຈຢ່າງ ເຕັມປ່ຽມຕໍ່ການຈັດງານກິລາໂອລິມປິກລະດູໜາວປັກກິ່ງຢ່າງປອດໄພ.

 

  ທ່ານບາກກ່າວວ່າ:“ຜ່ານການຈັດງານກິລາໂອລິມປິກລະດູໜາວຄັ້ງນີ້, ປັກກິ່ງ ຈະຂຽນປະຫວັດສາດໜ້າໃໝ່,ກາຍເປັນຕົວເມືອງທຳອິດທີ່ເຄີຍໄດ້ຈັດງານກິລາ ໂອລິມປິກລະດູຮ້ອນແລະງານກິລາໂອລິມປິກລະດູໜາວ. ພວກເພິ່ນກໍ່ຈະໄດ້ຮັບ ຜົນປະໂຫຍດຢ່າງເຕັມສ່ວນຈາກມໍລະດົກງານກິລາໂອລິມປິກປີ2008.ງານກິລາໂອລິມປິກລະດູໜາວຄັ້ງນີ້ຈະເປີດຍຸກໃໝ່ໃຫ້ກັບກິລາລະດູໜາວທົ່ວໂລກ.ປະຊາ ຊົນຈີນ300ລ້ານຄົນຈະຄຸ້ນເຄີຍກັບກິລາເທິງຫິມະແລະນ້ຳກ້າມ. ” 

 

  ທ່ານບາກຍັງຊີ້ອອກວ່າ,ການສະໜັບສະໜູນຂອງປະຊາຄົມໂລກທີ່ມີຕໍ່ງານ ກິລາໂອລິມປິກລະດູໜາວປັກກິ່ງແມ່ນເຫັນໄດ້ຢ່າງຊັດເຈນແລະໄດ້ຮັບຄວາມຊົມເຊີຍໂດຍທົ່ວໄປ.“ມະຕິຕົກລົງຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດກ່ຽວກັບການ”ຢຸຸດຍິງໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຢັ້ງຢືນອີກເທື່ອໜຶ່ງ ວ່າ:ມີແຕ່ໝົດທຸກຄົນເຄົາລົບງານກິລາໂອລິມປິກ,ເອົາຊະນະຄວາມເຫັນທີ່ແຕກ ຕ່າງກັນດ້ານການເມືອງ,ພວກເຮົາຈຶ່ງສາມາດບັນລຸພາລະກຳຂອງພວກເຮົາທີ່ສາ ມັກຄີໂລກ.ສະນັ້ນ,ງານກິລາໂອລິມປິກລະດູໜາວປີ2022ສາມາດກາຍເປັນແບບຢ່າງອັນຍິ່ງໃຫຍ່ອີກອັນໜຶ່ງແຫ່ງການແຂ່ງຂັນໂດຍສັນຕິ.ງານກິລາໂອລິມປິກສາມາດເອົາຊະນະຄວາມເຫັນທີ່ແຕກຕ່າງກັນທັງໝົດ.ໃນງານກິລາໂອລິມປິກ,ພວກ ເຮົາລ້ວນແຕ່ເຄົາລົບກະຕິກາອັນດຽວກັນ,ທັງເຄົາລົບເຊິ່ງກັນແລະກັນ,ພວກເຮົາ ລ້ວນແຕ່ແມ່ນສະເໝີິພາບກັນ. “

ຄຳ​ເຫັນ

0