何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊ່ຽວ​ຊານ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ໃນຫຼາຍ​ອາ​ທິດ​ຂ້າງ​ໜ້າ​ຢູ່​ອາ​ເມ​ຣິ​ກາ​ອາດຈະ​ເກີດ​ມີ “ພາ​ຍຸ​ແຫ່ງ​ການ​ແຜ່​ລະ​ບ​າດ​ຂອງ​ພະ​ຍາດ​ໂຄວິດ-19”

2022-01-02 17:21:25 CRI

ຊ່ຽວ​ຊານ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ໃນຫຼາຍ​ອາ​ທິດ​ຂ້າງ​ໜ້າ​ຢູ່​ອາ​ເມ​ຣິ​ກາ​ອາດຈະ​ເກີດ​ມີ “ພາ​ຍຸ​ແຫ່ງ​ການ​ແຜ່​ລະ​ບ​າດ​ຂອງ​ພະ​ຍາດ​ໂຄວິດ-19”_fororder_微信图片_20220102154521

ວັນ​ທີ 1 ມັງ​ກອນ​ນີ້, ສື່​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ, ຄຽງ​ຄູ່​ກັບ​ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ໂອ​ມິ​ຄ​ຣອນ​ແຜ່​ລະ​ບາດ​ຢ່າງ​ຮຸນ​ແຮງ​ຢູ່​ອາ​ເມ​ຣິ​ກາ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ຢູ່​ອາ​ເມ​ຣິ​ກາ​ໄດ້​ຮ້າຍ​ແຮງ​ຂຶ້ນ​ຢ່າງ​ວ່ອງ​ໄວ. ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດຫຼາຍ​ທ່ານ​ຂອງ​ອາ​ເມ​ຣິ​ກາ​ກ່າວ​ເຕືອນ​ວ່າ, ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2022, ການ​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ອາດ​ຈະ​ເກີດ​ມີ “ພາ​ຍຸ​ເຊື້ອ​ພະ​ຍາດ” ໃນ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ, ສັງ​ຄົມ​ອາ​ເມ​ຣິ​ກາ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ.

​ສື່​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ, ອີງ​ຕາມ​ຂໍ້​ມູນ​ສະ​ຖິ​ຕິ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ ຮອບ​ກິນ​ສ, ນັບ​ມາ​ຮອດ​ວັນ​ທີ 31 ທັນ​ວາ​ປີ 2021 ຜ່ານ​ມາ, ໃນ 7 ມື້​ທີ່​ຜ່ານ​ມາ,​ຈຳ​ນວນ​ຜູ້ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່​ມ​ໃໝ່​ສະ​ເລ່ຍ​ຕໍ່​ມື້​ຢູ່​ເມ​ຣິ​ກາ​ມີຫຼາຍກວ່າ 386000 ກໍ​ລະ​ນີ, ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ, ເທົ່າ​ກັບ​ວ່າ ໃນ​ທຸກວິ​ນາ​ທີ​ກໍ​ມີ ຊາວ​ອາ​ເມ​ຣິ​ກາ 4,5 ຄົນ​ເປັນ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0