刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ຄາດ​ວ່າ​ຈະ​ບັນ​ລຸ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ຕະຫຼອດ​ປີ 2021 ເປັນ 7,2%

2022-01-03 11:39:33 cri

ວັນ​ທີ 3 ມັງ​ກອນ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ​ໄດ້​ປະ​ກາດ​ຕົວ​ເລກ​ສະ​ຖິ​ຕິວ່າ: ເສດ​ຖະ​ກິດ​ສິງ​ກະ​ໂປ​ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2021 ໄດ້​ເພີ່ມ​ຂຶ້ນ 5,9% ເມື່ອ​ທຽບ​ໄສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020 ແລະ​ປີ 2021 ໄດ້​ເພີ່ມ​ຂຶ້ນ 7,2%.

ກະ​ຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງວ່າ: ສະ​ພາບ​ເສດ​ຖະ​ກິດໃນ​ປີ 2021 ຂອງ​ສິງ​ກະ​ໂປ​ໄດ້​ຟື້ນ​ຟູ້​ຄືນ​ໃໝ່​ຢ່າງ​ແຂງ​ແຮງ​ຈາກ​ກາ​ນ​ຊຸດ​ໂຊມ​ລົງເປັນ 5,4% ໃນ​ປີ 2020.

ເມື່ອ​ເບິ່ງ​ຈາກ​ຂະ​ແໜງ​ການ​ຕ່າງໆ​ແລ້ວ​ເຫັນ​ວ່າ: ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2021, ຂະ​ແໜງ​ການ​ຜະ​ລິດ​ຂອງ​ສິງ​ກະ​ໂປ​ໄດ້​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ຕະຫຼອດ​ປີ 2021 ໄດ້​ເພີ່ມ​ຂຶ້ນ 12,8%; ຂະ​ແໜງ​ການ​ກໍ່​ສ້າງ​ໄດ້​ເພີ່ມ​ຂຶ້ນ 2%, ຕະຫຼອດ​ປີ 2021 ໄດ້​ເພີ່ມ​ຂຶ້ນ 18,7%; ຂະ​ແໜງ​ການ​ບໍ​ລິ​ການ​ໄດ້​ເພີ່ມ​ຂຶ້ນ 4,6%, ຕະຫຼອດ​ປີ 2021 ໄດ້​ເພີ່ມ​ຂຶ້ນ 5,2%.

ຄຳ​ເຫັນ

0