刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັ​ດ​ຕາ​ໄພ​ເງິນ​ເຟີ້​ຂອງ​ອາ​ເມ​ຣິ​ກາ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ຮອບ 40 ປີ

2022-01-03 11:42:16 cri

ອັ​ດ​ຕາ​ໄພ​ເງິນ​ເຟີ້​ຂອງ​ອາ​ເມ​ຣິ​ກາ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ຮອບ 40 ປີ_fororder_微信图片_20220103093850

ປີ 2021, ອັດ​ຕາ​ໄພ​ເງິນ​ເຟີ້​ຂອງ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ 6,8% ເມື່ອ​ທຽບ​ໃສ່​​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020 ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 40 ປີ​ຜ່ານ​ມາ. ໂດຍ​ປະ​ເຊີນ​ໜ້າ​ກັບ​ໄພ​ເງິນ​ເຟີ້, ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ໄດ້ຫຼຸດ​ຈຳ​ນວນ​ຄ້າ​ຂາຍ​ແຕ່ບໍ່​ຫຼຸດ​ລາ​ຄາ ເພື່ອ​ຮັບ​ມື​ກັບ​ຕົ້ນ​ທຶນ​ທີ່​ເພີ່ມ​ຂຶ້ນ​ພ້ອມ​ໄພ​ເງິນ​ເຟີ້.

ນັກ​ວິ​ເຄາະ​ເຫັນ​ວ່າ: ປີ 2022, ອັດ​ຕາ​ໄພ​ເງິນ​ເຟີ້​ຈະ​ສືບ​ຕໍ່​​ສູງ​ຂຶ້ນ ເຊິ່ງ​ຈະ​ສົ່ງ​ຜົນ​ກະ​ທົບ​ໃຫ້​ກັບ​ຂະ​ແໜງ​ການຫຼາຍກວ່າ​ເກົ່າ.

ນັກ​ວິ​ເຄາະ​ກ່າວ​ວ່າ: ຖ້າ​ວ່າ​ເຊື້ອ​ພະ​ຍາດ​ໂອ​ມິ​ຄ​ຣອນ​ສືບ​ຕໍ່​ແຜ່​ລະ​ບາດ​ຢ່າງກວາງ​ຂວາງ, ອາ​ຈະ​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ກັບ​ອະ​ນາ​ຄົດ​ດ້ານ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ໃນ​ປີ 2022. ການ​ຂົນ​ສົ່ງ​ສິງ​ຄ້າ​ໃນ​ທົ່ວ​ໂລກ​ໄດ້​ແອ​ອັດ​ຢ່າງ​ຕໍ່​ເນື່ອງ ​ຈະ​ເຮັດ​ໃຫ້​ການ​ສະ​ໜອງ​ສິນ​ຄ້າ​ມີ​ຄວາມ​ເຄັ່ງ​ຕຶງຫຼາຍ​ຂຶ້ນ ​ເຊິ່ງ​ຈະ​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ຖີບ​ໂຕ​ສູງ​ຂຶ້ນ​ຕື່ມ​ອີກ. ພາຍ​ໃຕ້​ສະ​ພາບ​ການ​ແບບ​ນີ້, ບໍ​ລິ​ສັດໃຫ້​ຄຳ​ປຶກ​ສາ​ ເດ​ລອຍ​ເຕ (Deloitte) ກ່າວ​ວ່າ: ເສດ​ຖະ​ກິດ​ອາ​ເມ​ຣິ​ກາບໍ່​ໄດ້ມີ​ອັດ​ຕາ​ໄພ​ເງິນ​ເຟີ້​ສູ​ງ​ມາຫຼາຍ​ສິບ​ປີ​ແລ້ວ, ​ຂັ້ນ​ບໍ​ລິ​ຫານ​ຂອງ​ວິ​ສາ​ຫະ​ກິດ​ກໍ​ບໍ່​ມີ​ປະ​ສົບ​ການ​​ໃນ​ການຮັບ​ມື​ກັບ​ສະ​ພາບແວດ​ລ້ອມ​ອັດ​ຕາ​ໄພ​ເງິນ​ເຟີ້​ສູງ, ດັ່ງ​ນັ້ນ, ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາຈະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ໄພ​ເງິນ​ເຟີ້​ຢ່າງ​ຖືກ​ຕ້ອງ​ແນວ​ໃດ ຈະ​ເປັນ​ສິ່ງ​ທ້າ​ທາຍ​ຂອງ​ວິ​ສາ​ຫະ​ກິດແລະ​ຂະ​ແໜງ​ການ​.

ຄຳ​ເຫັນ

0