何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ສົ່ງ​ສານ​ເຖິງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ: ປ່ອຍ​ໃຫ້​ຜູ້​ລອບ​ສັງ​ຫານ​ບໍ່​ຖືກ​ລົງ​ໂທດ​​ຕາມ​ກົດ​ໝາຍ​ແມ່ນ​ອັນ​ຕະ​ລາຍ​ທີ່​ສຸດ

2022-01-03 16:33:43 CRI

ອີ​ຣານ​ສົ່ງ​ສານ​ເຖິງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ: ປ່ອຍ​ໃຫ້​ຜູ້​ລອບ​ສັງ​ຫານ​ບໍ່​ຖືກ​ລົງ​ໂທດ​​ຕາມ​ກົດ​ໝາຍ​ແມ່ນ​ອັນ​ຕະ​ລາຍ​ທີ່​ສຸດ_fororder_微信图片_20220103144432

ວັນ​ທີ 1 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອີ​ຣານ​ໄດ້​ສົ່ງ​​ສານ​​ເຖິງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 76, ຮຽ​ກ​ຮ້ອງ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃຊ້​ການ​ເຄື່ອນ​ໄຫວ​​ດ້ານກົດ​ໝາຍ​ທີ່​ເປັນ​ທາງ​ການ​ຕໍ່​ກັບ​ເລື່ອງ​ທີ່​ອາ​ເມ​ຣິ​ກາ​ລອບ​ສັງ​ຫານ​ທ່ານ​ຄາ​ເຊັມ ໂຊ​ເລ​ມາ​ນີ ນາຍ​ພົນ​ຊັ້ນ​ສູງ​ຂອງ​ອີ​ຣານ, ທັງ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຜ່ານ​ມະ​ຕິ​ເພື່ອ​ກ່າວ​ປະ​ນາມ​ການ​ລອບ​ສັງ​ຫານ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ.

ນອກ​ນີ້, ຂ່າວ​ແຈ້ງວ່າ, ວັນ​ທີ 2 ມັງ​ກອນ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ການ​ທີ່​ອາ​ເມ​ຣິ​ກາ​ລອບ​ສັງ​ຫານ​ທ່ານຄາ​ເຊັມ ໂຊ​ເລ​ມາ​ນີ​ໄດ້​ພາ​ໃຫ້​ເກີດ “ຄວາມ​ຄຽດ​ແຄ້ນ”ໃນ​ຫາງ​ສຽງ​ທົ່ວ​ໂລກ, ປະ​ເທດ​ທັງ​ໝົດ​ລ້ວນ​ແຕ່​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະ​ທຳ​ຂົ່ມ​ເຫັງ ແລະ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0