陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນການສຳຫຼວດປະຊາມະຕິຫຼ້າສຸດຂອງອາເມຣິກາສະແດງໃຫ້ເຫັນວ່າ ປະຊາຊົນອາເມຣິກາທີ່ມີ“ຄວາມພາກພູມໃຈ”ຕໍ່“ປະຊາທິປະໄຕແບບອາເມຣິກາ”ໄດ້ຫຼຸດໜ້ອຍລົງຢ່າງຫຼວງຫຼາຍ

2022-01-03 16:09:04 cri

ໜັງສືພິມວໍຊິງຕັນພົສຂອງອາເມຣິກາໄດ້ເປີດເຜີຍຜົນການສຳຫຼວດປະຊາມະຕິຫຼ້າສຸດສະບັບໜຶ່ງໃນວັນທີ 2 ມັງກອນນີ້ຕາມເວລາທ້ອງຖິ່ນເຊິ່ງສະແດງໃຫ້ເຫັນ ວ່າ:ປະຊາຊົນອາເມຣິກາທີ່ມີ“ຄວາມພາກພູມໃຈ”ຕໍ່“ປະຊາທິປະໄຕແບບອາເມຣິກາ”ໄດ້ຫຼຸດລົງຢ່າງຫຼວງຫຼາຍຄືຈາກ90%ເມື່ອປີ2002ຫຼຸດລົງຮອດ54%ໃນ ປັດຈຸບັນ.

 

ນອກນີ້,ຜົນການສຳຫຼວດປະຊາມະຕິອີກສະບັບໜ່ຶງທີ່ບໍລິສັດວິທະຍຸກະຈາຍ ສຽງໂກລົມເບຍຂອງອາເມຣິກາເປີດເຜີຍໃນວັນດຽວກັນໄດ້ສະແດງໃຫ້ເຫັນວ່າ: ປະຊາຊົນອາເມຣິກາປະມານ 2 ສ່ວນ 3 ເຫັນວ່າ: “ເຫດການບຸກເຂົ້າລັດຖະ ສະພາອາເມລິກາ“ທີ່ເກີດຂຶ້ນເມື່ອວັນທີ 6 ມັງກອນປີກາຍນີ້”ແມ່ນ“ນິມິດໝາຍ ທີ່ການໃຊ້ຄວາມຮຸນແຮງດ້ານການເມືອງຢູ່ອາເມຣິກາໄດ້ເພິີ່ມຂຶ້ນ”, ເຮັດໃຫ້“ປະ ຊາທິປະໄຕແບບອາເມຣິກາ”ຖືກ“ຂົ່ມຂູ່”.

 

ແຕ່ວ່າ,ຜົນການສຳຫຼວດປະຊາມະຕິຂອງບໍລິສັດວິທະຍຸກະຈາຍສຽງໂກລົມເບຍຂອງອາເມຣິກາສະແດງໃຫ້ເຫັນວ່າ:ມີຜູ້ໃຫ້ສຳພາດ 28%ເຫັນວ່າ“ສາມາດນຳ ໃຊ້ກຳລັງອາວຸດເພື່ອປົກປ້ອງຜົນການເລືອກຕັ້ງ”,ຜູ້ໃຫ້ສຳພາດຕໍ່ໜັງສືພິມວໍຊິງ ຕັນພົສມີ28%ເຫັນວ່າ“ລາງເທື່ອການໃຊ້ຄວາມຮຸນແຮງຕໍ່ລັດຖະບານແມ່ນມີ ຄວາມຍຸຕິທຳ”ເຊິ່ງອັດຕານີ້ໄດ້ບັນລຸອັດຕາສູງສຸດໃນຮອບຫຼາຍສິບປີຜ່ານມາ.

 

ຄຳ​ເຫັນ

0