徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນວັນພັກປີໃໝ່ສາກົນທົ່ວປະເທດຈີນຂົນສົ່ງນັກທ່ອງທ່ຽວໄດ້ປະມານ 86,185 ລ້ານເທື່ອຄົນ

2022-01-04 15:56:06 cri

ໃນວັນພັກປີໃໝ່ສາກົນທົ່ວປະເທດຈີນຂົນສົ່ງນັກທ່ອງທ່ຽວໄດ້ປະມານ 86,185 ລ້ານເທື່ອຄົນ_fororder_src=http---pic.anhuinews.com-0-04-25-41-4254104_425625.jpg&refer=http---pic.anhuinews.com&app=2002&size=f9999,10000&q=a80&n=0&g=0n&fmt=jpeg

 

ຕາມຂ່າວCRI: ວັນທີ 3 ມັງກອນນີ້,​ ນັກຂ່າວໄດ້ຮັບຊາບຈາກກະຊວງການຄົມມະນາຄົມແລະການຂົນສົ່ງຈີນວ່າ: ໃນວັນພັກປີໃໝ່ສາກົນ 3 ວັນຜ່ານມານີ້,​ ຄາດຄະເນວ່າ: ທົ່ວປະເທດຈີນໄດ້ຂົນສົ່ງນັກທ່ອງທ່ຽວດ້ວຍທາງລົດໄຟ,​ ທາງຫຼວງ, ທາງນ້ຳແລະທາງເຮືອບິນພົນລະເຮືອນໄດ້ປະມານ 86,185 ລ້ານເທື່ອຄົນ.

 

ຕາມການແນະນຳຈາກຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງຄົມມະນາຄົມແລະການຂົນສົ່ງໃຫ້ຮູ້ວ່າ: ​ ເພື່ອເບິ່ງຢ່າງຖີ່ຖ້ວນແລ້ວ, ໃນວັນພັກປີໃໝ່ສາກົນ, ໄດ້ຂົນສົ່ງນັກທ່ອງທ່ຽວດ້ວຍເສັ້ນທາງລົດໄຟໄດ້ 21,757 ລ້ານເທື່ອຄົນ, ໄດ້ຂົນສົ່ງນັກທ່ອງທ່ຽວດ້ວຍທາງຫຼວງ 60,69 ລ້ານເທື່ອຄົນ, ໄດ້ຂົນສົ່ງນັກທ່ອງທ່ຽວດ້ວຍທາງນ້ຳ 1,278 ລ້ານເທື່ອຄົນ, ໄດ້ຂົນສົ່ງນັກທ່ອງທ່ຽວດ້ວຍເຮືອບິນພົນລະເຮືອນ 2,46 ລ້ານເທື່ອຄົນ.​

ຄາດຄະເນວ່າຂະແໜງການໄປສະນາທົ່ວປະເທດໄດ້ຮັບພັດສະດຸພັນທັງໝົດ 920 ລ້ານອັນ, ເພີ່ມຂຶ້ນ 22,6% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້; ໄດ້ສົ່ງພັດສະດຸພັນທັງໝົດ 960 ລ້ານອັນ, ເພີ່ມຂຶ້ນ 26,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້. ພາກສ່ວນການຄົມມະນາຄົມຢູ່ແຫ່ງຕ່າງໆໄດ້ວາງແຜນການ, ຂົນສົ່ງຕາມຫຼັກວິທະຍາສາດ, ໃຊ້ມາດຕະການຕ່າງໆຮ່ວມກັນ,​ ອອກແຮງຢ່າງສຸດຂີດເພື່ອຮັບປະກັັນໃຫ້ການອອກເດີນທາງຂອງມວນຊົນໃນໄລຍະວັນບຸນມີຄວາມປອດໄພ, ສະດວກແລະສະບາຍ.

ຄຳ​ເຫັນ

0