尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫວາງ​ຢີ້ ຈະ​ຢ້ຽມ​ຢາມ​ອາ​ຟ​ຣິ​ກາໃນ​ໂອ​ກາດ​ເລີ່ມ​ຕົ້ນ​ປີ​ໃໝ່​ນີ້

2022-01-04 17:02:00 cri

      ວັນ​ທີ 4 ຫາ​ວັນ​ທີ 7 ມັງ​ກອນ​ນີ້, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ 3 ປະ​ເທດ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ​ຄື: ​​ອີ​ຣີ​ເຕ​ຣຍ,ເຄ​ນ​ຢາ​ແລະ​ໂກ​ມໍ​ຣັດຕາມ​ການ​ເຊື້ອ​ເຊີນ, ​ຫຼັງ​ຈາກ​ນັ້ນ​ຍັງ​ຈະ​ຢ້ຽມ​ຢາມ​ປະ​ເທດ​ມານ​ດິ​ຟແລະ​ສີ​ລັງ​ກາ​ຕາມ​ການ​ເຊື້ອ​ເຊີນ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​​ເປັນ​ການ​ສືບ​ທອດ​ມູນ​ເຊື້ອ​ທີ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ທະ​ວີບ​ອາ​ຟ​ຣິ​ກາ​ທຸກ​ທຸກ​ຕົ້ນ​ປີ​ເປັນ​ເວ​ລາ 32 ປີ​ຜ່ານ​ມາ​ແລ້ວ.

        ທ່ານ ສູ້​ຈີ້ງຮູ ຜູ້​ຕາງ​ໜ້າ​ພິ​ເສດ​ດ້ານ​ວຽກ​ງານ​ອາ​ຟ​ຣິ​ກາ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ້,ໜຶ່ງກໍ່​ແມ່ນ​ເພື່ອ​ເລັ່ງ​​ຊຸກ​ຍູ້​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ແລະ​ການ​ນຳ​ໃຊ້​ວັກ​ຊີນ​ໂຄວິດ-19 ຢູ່​ອາ​ຟ​ຣິ​ກາ,ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​​ຈິງ​ໃຈຂອງ​ຈີນ​​ທີ່​ລະ​ບຸ​ໄວ້ໃນ​ກອງ​ປະ​ຊຸມລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ວ່າ​ຝ່າຍ​ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ອີກ 1 ຕື້​ຫຼອດ​ໃຫ້​ກັບ​ອາ​ຟ​ຣິ​ກາ​,ເພື່ອ​ຊ່ວຍ​ອາ​ຟ​ຣິ​ກາ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ຕົນ​ໃນ​ການສັກ​ວັກ​ຊີນ​ໂຄວິດ-19 ​ໃຫ້​ກວມ​ປະ​ຊາ​ກອນ 60%​ ໃນ​ປີ 2022 ທີ່​ຜ່ານ​ການ​ຮັບ​ຮອງ​ຈາກ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ. ອັນ​ທີ​ສອງ​ກໍ່​ແມ່ນ​ທ່ານ​ຫວາງ​ຢີ້ ຈະ​ລົງ​ເລິກ​ແລກ​ປ່ຽນ​ມາດ​ຕະ​ການ​ໃໝ່​ກັບ​ປະ​ເທດ​ເຫຼົ່າ​ນີ້​ກ່ຽວ​ກັບ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ,ຮັບ​ຟັງ​ຄວາມ​ຄິດ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ເຂົາ​ເຈົ້າ,ຊຸກ​ຍູ້ “9 ໂຄງ​ການ” ແລະ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ອື່ນ​ໆ​ໃຫ້​ສາ​ມາດ​​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ໄດ້ໂດຍ​ໄວ,ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ອັນ​ໃໝ່​ເຂົ້າ​ໃນ​ການ​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ບັນ​ລຸ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່​ຢູ່​ອາ​ຟ​ຣິ​ກາ.

ຄຳ​ເຫັນ

0