尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ໜາມ​ບິນ​​ສາ​ກົນນະ​ຄອນ​ຫຼວງ​​ແບັກ​ແດດຂອງ​ອີ​ຣັກ​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​​ບໍ່​ມີ​ຄົນ​ຂັບ

2022-01-04 16:59:26 cri

      ພະ​ນັກ​ງານ​ສືບ​ຂ່າວ​ຂອງ​ກະ​ຊວງ​ພາຍ​ໃນ​ອີ​ຣັກ​ໄດ້​ຢືນ​ຢັນ​ໃນ​ວັນ​ທີ 3 ມັງ​ກອນ​ນີ້​ວ່າ: ໃນ​ມື້​ດຽວ​ກັນ, ​ສະ​ໜາມ​ບິນ​ສາ​ກົນ​ນະ​ຄອນ​ຫຼວງ​ແບັກ​ແດດ​ຂອງ​ອີ​ຣັກ​ໄດ້​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​​ບໍ່​ມີ​ຄົນ​ຂັບ​ທີ່​ຕິດ​ລະ​ເບີດ 2 ລຳ ແຕ່​ບໍ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ​ແລະ​ບາດ​ເຈັບ.

      ​ພະ​ນັກ​ງານ​ສືບ​ຂ່າວ​ທີ່​ບໍ່​ປະ​ສົງ​ອອກ​ນາມ​ຜູ້​ນີ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ: ໃນຕອນ​​ຮຸ່ງ​ເຊົ້າ​ຂອງວັນ​ທີ 3 ມັງ​ກອນ​ນີ້, ເຮືອ​ບິນ​​ບໍ່​ມີ​ຄົນ​ຂັບ​ທີ່​ຕິດ​ລະ​ເບີດສອງ​ລຳ​ໄດ້​ຫຼອນ​ໂຈມ​ຕີ​ຖານ​ທັບ​ຢູ່​ສະ​ໜາມ​ບິນ​ທີ່​ເຄີຍ​ມີ​ທີ່​ປຶກ​ສາ​ແລະ​ອົງ​ການ​​ຂອງອາ​ເມ​ຣິ​ກາ​ປະ​ຈຳ​ການ​ຢູ່​​ຫັ້ນ,ແຕ່​​ເຮືອ​ບິນ​ທັງ 2 ລຳໄດ້​ຖືກ​ຍິງ​ຕົກ​ຈາກ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ຖານ​ທັບ​ດັ່ງ​ກ່າວ. ການ​ຫຼອນ​ໂຈມ​ຕີ​ບໍ່​ໄດ້​ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ,ກອງ​​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ອີ​ຣັກ​ພວມ​ດຳ​ເນີນ​ການ​ສືບ​ສວນ​ເຫດ​ການ​ດັ່ງ​ກ່າວ.

      ປັດ​ຈຸ​ບັນ, ຍັງ​ບໍ່​ມີ​ອົງ​ການ​ຫຼື​ບຸກ​ຄົນ​ໃດອອກ​ມາ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ດັ່ງ​ກ່າວ​ເທື່ອ.

ຄຳ​ເຫັນ

0