蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊ່ວຍ​ເຫຼືອ​ເຄື່ອງ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ງວດໃໝ່ແກ່​ຊີ​ຣີ

2022-01-04 11:58:40 CRI

     ວັນ​ທີ 3 ມັງ​ກອນນີ້, ວັກ​ຊີນ​ໂຄວິດ-19 ແລະ​ຢາ​ກວດ​ຫາ​ເຊື້ອງວດໃໝ່​ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼື​ອປະ​ເທດ​ຊີ​ຣີ​ໄດ້​ຈັດ​ພິ​ທີມອບ​ຮັບ​ຢ່າງ​ເປັນ​ທາງ​ການແລ້ວ, ທ່ານ​ເຟີງບ່ຽວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຊີ​ຣີ​ໄດ້​ຕາງ​ໜ້າໃຫ້​ລັດ​ຖະ​ບານ​ຈີນມອບ​ເຄື່ອງຊ່ວຍ​ເຫຼືອ​ຄັ້ງ​ນີ້​ໃຫ້​ແກ່ຊີ​ຣີ​ຢູ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຊີ​ຣີ.

     ໃນ​ພິ​ທີ​ມອບ​ຮັບ, ທ່ານ​ເຟີງ​ບ່ຽວ​ໄດ້​ກ່າວ​ຄຳ​ປາ​ໄສວ່າ: ປະ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ຍັງ​ພວມ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ. ປະ​ເທດ​ຈີນ​ໄດ້​ເຮັດສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້​ແກ່​ປະ​ຊາ​ຄົມ​ໂລກ ແລະ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ຂອງ​ໂລກ​ຢ່າງ​ຕັ້ງ​ໜ້າ. ແຕ່​ອາ​ເມ​ຣິ​ກາ​ແລະບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຊ້ຳ​ພັດໄດ້​ສົ່ງ​ເສີມ“ລັດ​ທິ​ຈຳ​ແນກ​ເຊື້ອຊາດ​ດ້ວຍ​ວັກ​ຊີນ” ເຊິ່ງ​ເຮັດ​ໃຫ້​ການ​ສ້າງ​ພູມ​ຄຸ້ມ​ກັນ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກ​ມີ​ຄວາມ​ແຕກໂຕນ​ກັນ​ຫຼາຍ.

     ທ່ານ​ຮາ​ຊັນ ກາ​ບັ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກຊີ​ຣີ​ໄດ້​ຕາງ​ໜ້າໃຫ້​ລັດ​ຖະ​ບານ​ຊີ​ຣີ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ປະ​ເທດ​ຈີນ. ທ່ານ​ກ່າວ​ວ່າ: ພາຍຫຼັງໄດ້ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ ເປັນ​ຕົ້ນ​ມາ, ປະ​ເທດ​ຈີນ​ໄດ້​ສະ​ໜອງ​ເຄື່ອງ​ຕ້ານ​ພະ​ຍາດ​ຫຼາຍງວດ​ແລະໄດ້​ໃຫ້​ການ​ຊ່ວຍ​ເຫຼືອມະ​ນຸດ​ສະ​ທຳແກ່​ຊີ​ຣີຈຳ​ນວນ​ຫຼວງ​ຫຼາຍ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນໃຫຍ່​ຫຼວງ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແລະ​ການ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຊີ​ຣີ. ປະ​ເທດ​ຊີ​ຣີ​ຄັດ​ຄ້ານ​ການ​ແຊກ​ແຊງ​ແລະ​ການ​ລົງ​ໂທດ​ຈາກ​ພາຍນອກ, ຈະ​ສືບ​ຕໍ່ສະ​ແຫວງ​ຫາເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ແຫ່ງ​ຊາດ​ຂອງ​ຕົນພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຈາກ​ປະ​​ເທດ​ເພື່ອນ​ມິດເຊິ່ງ​ລວ​ມ​ທັງ​ປະ​ເທດ​ຈີນ.

ຄຳ​ເຫັນ

0