蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​ນຳ​ໃຊ້​ເປັນ​ເວ​ລາ 1 ເດືອນ​ແລ້ວ, ດີຫຼື​ບໍ່​ດີ​​ສົມ​ຄວນໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ເປັນ​ຜູ້​ເວົ້າ​ຈະ​ດີກວ່າ

2022-01-04 16:39:37 CRI

ວັນ​ທີ 1 ມັງ​ກອນ​ປີ 2022, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຖ້ຽວ​ທຳ​ອິດ​ໄດ້​ບັນ​ທຸກ​ສິນ​ຄ້າ​ຈາກ​ນະ​ຄອນ​ຄຸນ​ມິງ​ປະ​ເທດ​ຈີນ, ໂດຍ​ຜ່ານ​ການ​ເດີນ​ທາງ​ເປັນ​ເວ​ລາປະ​ມານ 30 ​ຊົ່ວ​ໂມງ, ຂະ​ບວນ​ລົດ​ໄຟ​ຖ້ຽວ​ນີ້​ທີ່​ໄດ້​ບັນ​ທຸກ​ເສື້ອ​ຜ້າ​ອາ​ພອນ, ຜະ​ລິດ​ຕະ​ພັນ​ເຕັກ​ນິກ​​ຂັ້ນສູງ ແລະ ອື່ນໆ ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນ​ປະ​ເທດລາວ ເຊິ່ງ​ເປັນ​ຂະ​ບວນ​ລົດ​ໄຟ​ຖ້ຽວ​ທຳ​ອິດ​ທີ່​ຂົ​ນ​ສົ່ງ​ສິ​ນ​ຄ້າ​ຈາກ​ຈີນ​ໄປ​ລາວ​ຕາມ​​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ໃນ​ປີ​ນີ້. ພາຍຫຼັງ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນ​ແລ້ວ, ​ຂາ​ກັບ​ຂອງຂະ​ບວນ​ລົດ​ໄຟ​ຖ້ຽວ​ນີ້​ໄດ້​ບັນ​ທຸກ​ຢາງ​ພາ​ລາ ແລະ ປຸຍ​ເປັນ​ຕົ້ນ​ກັບ​ຄືນ​​ສູ່ນະ​ຄອນ​ຄຸນມິງ​​ປະ​ເທດຈີນ ແລ້ວ​ຂົນ​ສົ່ງ​ໄປ​ນະ​ຄອນ​ຊຽງ​ໄຮ້ ແລະ ແຂ​ວງກວາງ​ຕຸ້ງ, ຕົ້ນ​ທຶນ​ໃນ​ການ​ຂົນ​ສົ່ງ​ໄດ້ຫຼຸດ​ລົງ 30% ເມື່ອ​ທຽບ​ໃສ່​ແຕ່​ກ່ອນ.

ນັບ​ແຕ່​ໄດ້​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ທັນ​ວາ​ປີ 2021 ​ເປັນ​ຕົ້ນ​ມາ, ໄດ້​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ​ການ​ພົວ​ພັນ​ດ້ານການ​ຄ້າ​ຢ່າງຫຼວງຫຼາຍ ແລະ ​ໄດ້ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​​ລາວ​ແລະ​ຈີນນັບ​ມື້​ນັບຫຼາຍ​ຂຶ້ນ. ມາ​ຮ​ອດ​ວັນ​ທີ 15 ທັນ​ວາ​ປີຜ່ານ​ມາ, ຍອດ​ມູນ​ຄ່າ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ບັນ​ລຸ​ຫຼາຍກວ່າ 100 ລ້ານຢວນ; ມາ​ຮອດ​ວັນ​ທີ 20 ທັນ​ວາ​ປີ​ຜ່ານ​ມາ, ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ຢູ່ປະ​ເທດ​ລາວ​ໄດ້​ໃຫ້​ບໍ​ລິ​ການ​ແກ່​ຜູ້​ໂດຍ​ສານຫຼາຍກວ່າ 22.000 ເທື່ອ​ຄົນ; ມາ​ຮອດ​ວັນ​ທີ 21 ທັນ​ວາ​ປີ​ຜ່ານ​ມາ, ນັບ​ລວມ​ແລ້ວ, ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ມີ​ຂະ​ບວນ​ສົ່ງ​ສິນ​ຄ້າ 203 ຖ້ຽວ ແລະ ຂົນ​ສົ່ງ​ສິນ​ຄ້າຫຼາຍກວ່າ 5 ໝື່ນ​ໂຕນ ພ້ອມ​ທັງ​ໄດ້​ຮັກ​ສາ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ. ວັນ​ທີ 28 ທັນ​ວາ​ປີ​ຜ່ານ​ມາ, ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ການ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ, ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເພີ່ມ​ຖ້ຽວ​ລົດ​ໄຟ​ໄປ​-ກັບ​ສະ​ຖາ​ນີນະ​ຄອນຫຼວ​ວຽງ​ຈັນ-ສະ​ຖ​າ​ນີ​ບໍ່​ເຕັນໜຶ່ງ​ຖ້ຽວ.

ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ອັນ​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ລາວ. ຕະຫຼອດ​ໄລ​ຍະ​ໜຶ່ງ​ເດືອນ​ທີ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຕົ້ນ​ມາ, ປີ້​ໂດ​ຍ​ສານ​​ລົດ​ໄຟ​ກໍຂາຍ​ດິບ​ຂາຍດີ​ແທ້ໆ ເຊິ່ງ​ໄດ້​ສ່ອງ​ແສ​ງ​ໃຫ້​ເຫັນ​ວ່າ: ປະ​ຊາ​ຊົນ​ສອງ​ຊາດ​ລາວ​ຈີນ​ມັກ​ຂີ່​ລົດ​ໄຟ​ສາຍ​ນີ້ຫຼາຍ. ການ​ກໍ່​ສ້າງ​ແລະ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ເປັນ​ທາ​ງ​ການ, ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ມັກ​ເວົ້າ​ເຖິງ​ເລື້ອຍໆ ໃນ​ເວ​ລາ​ເຂົາ​ເຈົ້າ​ລົມ​ກັນ.

ທາງ​ລົດ​ໄຟ​ລາວ​-ຈີນ​ໄດ້​ສ້າງ​ຄວາມ​ສະ​ດວກ​ສະ​ບາຍ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ຈີນຫຼາຍ​ແທ້ໆ, ແຕ່​ການ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ກໍ່​​ເກີດ​ຂຶ້ນ​ເລື້ອຍໆ. ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ຂ່າ​ວ​ສານ​ອາ​ເປ​ຂອງ​ອາ​ເມ​ຣິ​ກາ​ໄດ້​ລາຍ​ງານ​ວ່າ: ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເຮັດ​ໃຫ້​ປະ​ເທດ​ລາວ​ “ຕິດ​​ກັບ​ດັກ​ໜີ້​ສິນ​ອັນ​ມະ​ຫາ​ສານ” ແລະ​ຍັງ​ກ່າວ​ວ່າ: ນີ້​ຈະ​ເຮັດ​ໃຫ້​ປະ​ເທດ​ລາວ​ຕ້ອງ​ອີງ​ອາ​ໄສ​ປະ​ເທດ​ຈີນ​ໃນ​ດ້ານ​ເສດ​ຖະ​ກິດ​ນັບ​ມື້​ນັບຫຼາຍ​ຂຶ້ນ ແລະ ຖືກ​ຈີນ​ຜູກ​ຂາດ​ທາງ​ດ້ານ​ການ​ເມືອງ. ແຕ່​ວ່າ: ປະ​ຊາ​ຊົນ​​ໃນໂລກ​ຈື່​ໄດ້​ດີ​ວ່າ: ແມ່ນ​ອາ​ເມ​ຣິ​ກາ​ເອງ ເຄີຍ​ໄດ້​ຖິ້ມ​ລູກ​ລະ​ເບີດ 260 ລ້ານກວ່າ​ລູກ​ໃສ່​ດິນແດນ​ລາວ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ 5 ໝື່ນກວ່າ​ຄົນ​ເສຍ​ຊີ​ວິດ​, ອາ​ເມ​ຣິ​ກາ​ທີ່​ເຄີຍ​ທຳ​ຮ້າຍ​ປະ​ຊາ​ຊົນ​ລາວ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ແບບ​ນີ້, ພັດ​​ໃສ່​ຮ້າຍ​ປ້າຍ​ສີ​ທາງ​ລົດ​ໄຟ​ລາວ-ຈີນ ​ເຊິ່ງ​ແມ່ນ​ເສັ້ນ​ທາງທີ່​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ອັນ​ມະ​ຫາ​ສານ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ວ່າ ເປັນ​ທາງ​ລົດ​ໄຟ​ທີ່​ຊົ່ວ​ຮ້າຍ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ທອມ ໂຟ​ດີ ນັກ​ວິ​ເຄາະ​ການ​ພົວ​ພັນ​ສາ​ກົນ​ຂອງ​ອັງ​ກິດ​​ໄດ້ກ່າວ​ຢ່າງ​ເປັນ​ທຳ​ວ່າ: ສື່ມວນ​ຊົນ​ຕາ​ເວັນ​ຕົກ​ພວມ​ສົ່ງ​ຂໍ້​ມູນ​ອັນ​ແປກ​ປະຫຼາດ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ, ນັ້ນ​ກໍ​ຄື: “ຜູ້​ທີ່​ຖິ້ມ​ລະ​ເບີດ​ໃສ່​​ປະ​ເທດ​ລາວ​ພັດ​ທ​ສ້າງ​ພາບ​ພັດ​ວ່າເປັນ​ເພື່ອນ​ມິດ, ແຕ່​ຜູ້​ທີ່​ສ້າງ​ທາງ​ລົດ​ໄຟ​​ພັດ​ຖືກ​ໃສ່​ຮ້າຍ​ວ່າ​ເປັນ​ສັດ​ຕູ”. ທັດ​ສະ​ນະ​ອັນ​ແປກ​ປະຫຼາດ ແລະ ການ​ລາຍ​ງານ​ຂ່າວ​ແບບ​ບິດ​ເບືອນ​ຄວາມ​ຈິງ​ແບບ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຈອມ​ປອມ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ລ້ວນໆ.

ໃນ​ອະ​ດີດ, ຍ້ອນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ປະ​ເທດ​ລາວ​ຍັງ​ບໍ່​ທັນ​ສະ​ໄໝ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໃນ​ປະ​ເທດ​ລາວ​ກໍ່​ຈິ່ງ​ບໍ່​ໄວ. ແຕ່​ຄຽງ​ຄູ່​ກັບ​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ, ໂດຍ​ອີງ​ໃສ່​ການ​ພັດ​ທະ​ນາ​ການ​ບໍ​ລິ​ການ​ດ້ານ​ການ​ຈໍ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ, ປະ​ເທດ​ລາວ​ສາ​ມາດ​ພັດ​ທະ​ນາ​ໃຫ້​ເປັນ​ສູນ​ກາງ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ພາກ​ພື້ນ. ການ​ລົງ​ທຶນ​ໃນ​ຂະ​ແໜງ​ການ​ກະ​ສິ​ກຳ ແລະ ທ່ອງ​ທ່ຽວ ກໍ​ຈະ​ສ້າງ​ໂອ​ກາດໃໝ່​ສຳ​ລັບ​ການ​ສົ່ງ​ອອກ​​ໃຫ້​ແກ່​ປະ​ເທດ​ລາວ. ໃນ​ຂະ​ນະ​ດຽວ​ກັນ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ ກໍ​ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ອີງ​ຕາມ​ການ​ຄາດ​ຄະ​ເນ​ຂອງ​ທະ​ນາ​ຄານ​ໂລກ, ໃນ​ອະ​ນາ​ຄົດ, ແຕ່​ລະ​ປີ​ຈະ​ມີ​ປະ​ຊາ​ຊົນ​ລາວ 4 ລ້ານ​ເທື່ອ​ຄົນ ແລະ ນັກ​ທ່ອງ​ທ່ຽວ​ປະ​ເທ​ດ​ອ້ອມ​ຂ້າງ 10 ລ້າ​ນກວ່າ​ເທື່ອ​ຄົນ​ໃຊ້​ບໍ​ລິ​ການ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ.

ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ພັນ​ຄຳ ວິ​ພາ​ວັນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ວ່າ: ຖ້ອຍ​ຄຳ “ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ເຮັດ​ໃຫ້​ປະ​ເທດ​ລາວ​ຕົກ​ເຂົ້າ​​ສູ່​ກັບ​ດັກ​ໜີ້​ສິນ” ນັ້ນ ເປັນ​ການ​ໃສ່​ຮ້າຍ​ປ້າຍ​ສີ​ລ້ວນໆ. ສ່ວນ​ທາງ​ລົດ​ໄຟ​ລາວ-ຈີນດີຫຼື​ບໍ່​ດີ​ສົມ​ຄວນ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ເປັນ​ຜູ້​ເວົ້າຈະ​ດີກວ່າ.

ຄຳ​ເຫັນ

0