尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ 6,3 ລິກ​ເຕີ​ຢູ່​ເຂດ​ທະ​ເລ​ໃກ້​ໝູ່​ເກາະ​ໂອ​​ກະ​ຊາ​ວາ​​ຣະ​ປະ​ເທດ​ຍີ່​ປຸ່ນ

2022-01-04 17:00:36 cri

      ອົງ​ການ​ອຸ​ຕຸ​ນິ​ຍົມ​ຂອງ​ຍີ່​ປຸ່ນ​ແຈ້ງ​ໃຫ້​ຮູ້​ວ່າ: ​ເວ​ລາ 6 ໂມງ 9 ນາ​ທີ​ຂອງວັນ​ທີ 4 ມັງ​ກອນ​ນີ້ຕາມ​ເວ​ລາ​ໂຕ​ກຽວ, ຢູ່​ເຂດ​ທະ​ເລ​ໃກ້​ກັບ​ໝູ່​ເກາະໂອ​ກະ​ຊາ​ວາ​​ຣະ​ປະ​ເທດ​ຍີ່​ປຸ່ນ​ໄດ້ເກີດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ 6,3 ລິກ​ເຕີ ເຊິ່ງ​ໃຈ​ກາງ​ແຜ່ນ​ດິນ​ໄຫວ​ຕັ້ງ​ຢູ່ເສັ້ນຂະ​ໜານເໜືອ 27,1 ອົງ​ສາ,ເສັ້ນ​ແວງ​ຕາ​ເວັນ​ອອກ 142,5 ອົງ​ສາ, ເລິກ​ລົງ​ໃຕ້​ດິນ 70 ກິ​ໂລ​ແມັດ. ອົງ​ການ​ດັ່ງ​ກ່າວ​ກ່າວ​ວ່າ​: ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​​ບໍ່​ເຮັດ​ໃຫ້​ເກີດ​ຄື້ນ​ຊຶ​ນະ​ມິ. ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ເທື່ອ.

ຄຳ​ເຫັນ

0