徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດອີຣານ: ປະເທດຝ່າຍຕາເວັນຕົກເຂົ້າໃຈວ່າໃນຄວາມຈຳເປັນຕ້ອງປະລະ “ຄວາມຮຽກຮ້ອງທີ່ສູງເກີນໄປ” ໃນການເຈລະຈາກ່ຽວກັບບັນຫານິວເຄຼຍອີຣານ

2022-01-04 15:54:58 cri

ກະຊວງການຕ່າງປະເທດອີຣານ: ປະເທດຝ່າຍຕາເວັນຕົກເຂົ້າໃຈວ່າໃນຄວາມຈຳເປັນຕ້ອງປະລະ “ຄວາມຮຽກຮ້ອງທີ່ສູງເກີນໄປ” ໃນການເຈລະຈາກ່ຽວກັບບັນຫານິວເຄຼຍອີຣານ_fororder_src=http---img.jrjimg.cn-2015-04-20150402011801083.jpg&refer=http---img.jrjimg.cn&app=2002&size=f9999,10000&q=a80&n=0&g=0n&fmt=jpeg

 

ຕາມຂ່າວCRI: ຂ່າວສານສາທາລະນະອິສຣາມຂອງອີຣານລາຍງານວ່າ, ທ່ານຊາອິດ ຄາຕີບຊາເດ, ໂຄສົກກະຊວງການຕ່າງປະເທດອີຣານກ່າວໃນກອງປະຊຸມຂ່າວໃນວັນທີ 3 ມັງກອນນີ້ວ່າ: ຝ່າຍຕ່າງໆໃນການເຈລະຈາສັນຍາຮອບດ້ານກ່ຽວກັບບັນຫານິວເຄຼຍອີຣານສາມາດບັນລຸ “ແຜນການຮ່ວມ”, ແມ່ນຍ້ອນວ່າອາເມຣິກາ, ອັງກິດ, ເຢຍລະມັນແລະປະເທດຝ່າຍຕາເວັນຕົກໄດ້ສຳນຶກວ່າ, ໃນການເຈລະຈາຕ້ອງນຳໃຊ້ທ່າທີທີ່ມີຕິດແທດຕົວຈິງຫຼາຍກວ່າເກົ່າ, ແລະຕ້ອງສຳນຶກວ່າບໍ່ຄວນມີຂໍ້ສະເໜີທີ່ຢູ່ນອກຂອບເຂດຂອງສັນຍາວ່າດ້ວຍບັນຫານິວເຄຼຍອີຣານແລະຕ້ອງປະລະ “ຄວາມຮຽກຮ້ອງທີ່ສູງເກີນໄປ”.

 

ທ່ານຊາອີດ ຄາຕີບຊາເດກ່າວວ່າ: ກົນໄກການເລ່ັງລັດການເຈລະຈາຢູ່ນະຄອນຫຼວງວຽນຂອງໂອຕຼິສລະຫວ່າງຝ່າຍຕ່າງໆແມ່ນມີຄວາມຈະແຈ້ງແລ້ວ, ທັງມີການເຈລະຈາແບບສອງຝ່າຍແລະຫຼາຍຝ່າຍ. ການເຈລະຈາລະຫວ່າງອີຣານແລະອາເມຣິກາເປັນແບບທາງອ້ອມແລະເປັນແບບລາຍລັກອັກສອນເພື່ອແລກປ່ຽນຄວາມຄິດເຫັນ, ເພື່ອຫຼີກເວັ້ນບໍ່ໃຫ້ເກີດຄວາມເຂົ້າໃຈຜິດກັນ.

ຄຳ​ເຫັນ

0