尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.ເກົາ​ຫຼີ ກ່າວ​ວ່າ: ສ​ປ​ປ ເກົາ​ຫຼີ​ ໄດ້​ຍິງ​ວັດ​ຖຸ​ທີ່​ບໍ່​ຮູ້​ວ່າ​ແມ່ນ​ຊະ​ນິດ​ໃດ​ສູ່​ທະ​ເລ​ຕາ​ເວັນ​ອອກ

2022-01-05 16:58:29 cri

      ​ເສ​ນາ​ທິ​ການ​ຮ່ວມ​ຂອງ ສ.ເກົາ​ຫຼີ ໄດ້​ລາຍ​ງານ​ໃນ​ວັນ​ທີ 5 ມັງ​ກອນ​ນີ້​ວ່າ: ໃນ​ມື້ດຽວ​ກັນ, ສ​ປ​ປ ເກົາ​ຫຼີ ໄດ້​ຍິງວັດ​ຖຸ​ທີ່​ບໍ່​ສາ​ມາດ​ລະ​ບຸ​ໄດ້​ວ່າ​ແມ່ນ​ຊະ​ນິດ​ໃດໃສ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາ​ຫຼີ.

      ​ເສ​ນາ​ທິ​ການ​ຮ່ວມ​ຂອງ ສ.ເກົາ​ຫຼີ ໄດ້​ເປີດ​ເຜີຍ​ໃນ​ແຈ້ງ​ການ​ສຳ​ລັບ​ສື່ມວນ​ຊົນ​ໃນ​ມື້​ດັ່ງ​ກ່າວ,ແຕ່​ບໍ່​ໄດ້​ກ່າວ​ເຖິງ​ເວ​ລາ​ຂອງ​ການ​ຍິງ​ແລະ​ລາຍ​ລະ​ອຽດ​ອື່ນ.

      ຕາມ​ຂ່າວ​ສານ​ຢົນ​ຮັບ​ຂອງ ສ.ເກົາ​ຫຼີ​ ລາຍ​ງານ​ວ່າ: ສ​ປ​ປ ເກົາ​ຫຼີ ​ໄດ້​ຍິງວັດ​ຖຸ​ທີ່​ບໍ່​ສາ​ມາດ​ລະ​ບຸ​ໄດ້​ວ່າ​ແມ່ນ​ຊະ​ນິດ​ໃດອີກ​ເທື່ອ​ໜຶ່ງ​ຫຼັງ​​ຈາກໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຂຶ້ນ​ສູ່​ອາ​ກາດ​ຈາກ​ເຮືອ​ດຳ​ນ້ຳ​ໃນ​ວັນ​ທີ 19 ຕຸ​ລາ​ປີ 2021 ເປັນ​ຕົ້ນ​ມາ.

      ປັດ​ຈຸ​ບັນ, ສ​ປ​ປ ເກົາ​ຫຼີ ຍັງ​ບໍ່​ທັນ​ໄດ້​ແຈ້ງ​ຂ່າວກ່ຽວ​ກັບ​ການ​ຍິງ​ວັດ​ຖຸ​ດັ່ງ​ກ່າວ​ເທື່ອ.

ຄຳ​ເຫັນ

0