蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັ​ສສະ​ແດງ​ຄວາມ​ຊົມ​ເຊີຍ​ການ​ອອກ​ຖະ​ແຫຼງ​ການ​ຮ່ວມ​ຂອງຜູ້​ນຳ 5 ປະ​ເທດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດສົງ​ຄາມ​ນິວ​ເຄຼຍ

2022-01-05 11:12:16 CRI

     ວັນ​ທີ 3 ມັງ​ກອນນີ້, ທ່ານອັນ​ໂຕ​ນິໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ຜ່ານ​ໂຄ​ສົກ​ຂອງ​ທ່ານ ໂດຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຜູ້​ນຳ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ​ ຄື: ຈີນ ຣັດ​ເຊຍ ອາ​ເມ​ຣິ​ກາ ອັງ​ກິດ ແລະ​ຝ​ຣັ່ງ​ທີ່​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ປ້ອງ​ກັນບໍ່​ໃຫ້​ເກີດ​ສົງ​ຄາມ​ນິວ​ເຄຼຍ​ແລະ​ຫຼີກ​ລຽງ​ການ​ແຂ່ງ​ຂັນ​ອາ​ວຸດ.

     ທ່ານສະ​ເຕ​ເຟນ ດູ​ຈາ​ຣິກ ໂຄ​ສົກ​ຂອງ​ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັ​ສ​ກ່າວໃນ​ຖະ​ແຫຼງ​ການວ່າ: ທ່ານ​ກູ​ເຕີ​ເຣັ​ສ​ສະ​ແດງ​ຄວາມ​ຊົມ​ເຊີຍ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ​ທີ່ໄດ້​ສຳ​ນຶກ​ເຫັນ​ຄວາມ​ສຳ​ຄັນ​ຂອງ​ການ​ເຄົາ​ລົບ​ສັນ​ຍາ​ແລະ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການບໍ່​ແຜ່​ຜາຍອາ​ວຸດ​ນິວ​ເຄຼຍ ການ​ຫຼຸດ​ກຳ​ລັງ​ຮົບແລະ​ການ​ຄວບ​ຄຸມ​ອາ​ວຸດ​ແບບ​ສອ​ງ​ຝ່າຍ​ແລະຫຼາຍ​ຝ່າຍ ເຊິ່ງ​ລວມ​ທັງ​ການ​ເຄົາ​ລົບ​ພັນ​ທະໃນ​ການ​ຫຼຸດ​ອາ​ວຸດ​ນິວ​ເຄຼຍພາຍ​ໃຕ້​ຂອບ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ.

ຄຳ​ເຫັນ

0