尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 1 ລ້ານ​ກໍ​ລະ​ນີ

2022-01-05 16:58:52 cri

      ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ໌​ຮອບ​ກິນ​ສ໌​ຂອງ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​​ຕໍ່​ມື້ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 3 ມັງ​ກອນ​ນີ້ໄດ້​ມີຫຼາຍກວ່າ 1 ລ້ານ​ກໍ​ລະ​ນີ ເຊິ່ງ​ໄດ້ສ້າ​ງ​ສະ​ຖິ​ຕິ​ສູງ​ສຸດ​ຂອງ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ອີກ​ເທື່ອ​ໜຶ່ງ​ນັບ​ແຕ່​​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ.

      ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​​ຕໍ່​ມື້ຢູ່​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 3 ມັງ​ກອນ​ນີ້​ມີ​ທັງ​ໝົດ​ເຖິງ 1.083.948 ກໍ​ລ​ະ​ນີ, ​ມີຜູ້​ເສຍ​ຊີ​ວິດຍ້ອນ​ເປັນ​ພະ​ຍາດ​ເພີ່ມ​ໃໝ່ 1.693 ກໍ​ລະ​ນີ. ມາ​ຮອດ​​ຕອນ​ເຊົ້າ​ຂອງວັນ​ທີ 4 ມັງ​ກອນ​ນີ້​ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ຣິ​ກາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ທັງ​ໝົດ​ ເຖິງ 56.190.946 ກໍ​ລ​ະ​ນີ, ​ມີຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​​ທັງ​ໝົດ​ເຖິງ 827.753 ກໍ​ລະ​ນີ.

      ຄຽງ​ຄູ່​ກັບ​ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ໂອ​ມິ​ຄ​ຣອນ​ໄດ້​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ຢູ່​ອາ​ເມ​ຣິ​ກາ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້,ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ແມ່ນ​ຮ້າຍ​ແຮງ​ຂຶ້ນ​ຢ່າງ​ໜັກ​ໜ່ວງ, ​ໂຕ​ຊີ້​ວັດກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫຼາຍ​ລາຍ​ການ​ຢູ່​ອາ​ເມ​ຣິ​ກາລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່.

ຄຳ​ເຫັນ

0