徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ກະຊວງການຕ່າງປະເທດຈີນກ່າວວ່າ: RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການແມ່ນໄຊຊະນະອັນໃຫຍ່ຫຼວງຂອງລັດທິຫຼາຍຝ່າຍແລະການຄ້າເສລີ

2022-01-05 17:06:55 cri

ຕາມຂ່າວCRI: ໃນກອງປະຊຸມຂ່າວທີ່ໄດ້ຈັດຂຶ້ນໃນວັນທີ 4 ມັງກອນນີ້, ມີນັກຂ່າວຖາມວ່າ: ວັນທີ 1 ມັງກອນປີ 2022 ນີ້, ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມືເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ

 ຢູ່ 10 ປະເທດເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ:  ເຂດການຄ້າເສລີທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ, ມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດແລະມີກຳລັງບົ່ມຊ້ອນດ້ານການພັດທະນາໃຫຍ່ທີ່ສຸດໃນໂລກໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ຈີນມີຄວາມເຫັນແນວໃດຕໍ່ບົດບາດແລະຜົນສະທ້ອນຂອງ RCEP ?

 

ທ່ານຫວ່າງເວີນປີ່ນ,​ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຄຽງຄູ່ກັບ RCEP ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການແລ້ວ, ອັດຕາສ່ວນຂອງສິນຄ້າປອດພາສີລະຫວ່າງຈີນແລະອາຊຽນ, ອົສຕຣາລີ, ນູແວນເຊລັງແລະປະເທດສະມາຊິກອື່ນໆໄດ້ຮັບການຍົກສູງຂຶ້ນຢ່າງຂະໜາດໃຫຍ່, ແລະກ້າວເຂົ້າສູ່ເປົ້າໝາຍທີ່ເຮັດໃຫ້ການຄ້າສິນຄ້າຫຼາຍກວ່າ 90% ປອດພາສີໃນສຸດທ້າຍ. 

RCEP ຍັງຈະສ້າງແບບຢ່າງດ້ານມາດຕະຖານລະບຽບການດ້ານການຄ້າຢູ່ເຂດອາຊີປາຊີຟິກ

ໂດຍສະເພາະແມ່ນລະບຽບການວ່າດ້ວຍຖິ່ນກຳເນີດສິນຄ້າ,​ການກວດກາຄຸນນະພາບກວດກາພະຍາດແລະດ້ານຕ່າງໆ. ຄຳໝັ້ນສັນຍາດ້ານການເປີດປະຕູທີ່ມີລະດັບສູງໃນດ້ານການຄ້າການບໍລິການ, ການລົງທຶນແລະດ້ານຕ່າງໆ, ກໍ່ຈະມີຄວາມສະດວກແລະໂລ່ງລ່ຽນດີຂຶ້ນກວ່າເກົ່າ, ເຮັດໃຫ້ສິ່ງກີດຂວາງດ້ານການຄ້າຫຼຸດໜ້ອຍລົງ.

 

ທ່ານຫວ່າງເວີນປີ່ນກ່າວຕື່ມວ່າ, RCEP ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການຈະເພີ່ມ ພະລັງທາງບວກແລະປະສິດທິຜົນໃຫ້ກັບການລົງເລິກການຮ່ວມມືແກ່ປະເທດໃນພາກພື້ນ, ແມ່ນໄຊຊະນະອັນໃຫຍ່ຫຼວງຂອງລັດທິຫຼາຍຝ່າຍແລະການຄ້າເສລີ. ຈີນຈະຮ່ວມກັນກັບແຕ່ລະຝ່າຍ, ຕັ້ງໜ້າເຂົ້າຮ່ວມການສ້າງສາກົນໄກຂອງ RCEP,​ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ໃຫ້ພາກພື້ນມີຄວາມຈະເລີນຮຸ່ງເຮືອງແລະເຮັດໃຫ້ເສດຖະກິດໂລກຟື້ນຄືນ.

ຄຳ​ເຫັນ

0