徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

5 ປະເທດໄດ້ເປັນປະເທດສະມາຊິກທີ່ບໍ່ຖາວອນຂອງສະພາຄວາມໝັ້ນຄົງ

2022-01-05 17:07:20 cri

ຕາມຂ່າວCRI: ວັນທີ 4 ມັງກອນນີ້, ພິທີຊັກທຸງຊາດຂອງ 5 ປະເທດຄືອານບານີ, ບຣາຊີນ, ກາບົງ,​ ການາແລະສະຫະລັດອາຣັບເອມີເຣດໄດ້ຈັດຂຶ້ນຢູ່ນອກສຳນັກງານໃຫຍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ເຊິ່ງເປັນສັນຍາລັກສະແດງໃຫ້ເຫັນວ່າ 5 ປະເທດດັ່ງກ່າວໄດ້ເລີ່ມປະຕິບັດໜ້າທີ່ໃນຖານະເປັນປະເທດສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.

 

5 ປະເທດດັ່ງກ່າວໄດ້ເຂົ້າປະຕິບັດໜ້າທີ່ແທນແອສໂຕນີ, ແຊັງແວ້ງຊັງແລະເກຼນາດີນສ,​ ນີເຊ,​ຕຸຍນີຊີແລະຫວຽດນາມ, ກາຍເປັນປະເທດສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງນັບແຕ່ວັນທີ 1 ມັງກອນປີ 2022ນີ້ເປັນຕົ້ນໄປ. 5 ປະເທດສະມາຊິກບໍ່ຖາວອນອື່ນໆຂອງສະພາຄວາມໝັ້ງຄົງກໍ່ແມ່ນອິນເດຍ,​ ອຽກລັງ, ເຄັນຢາ,​ ແມັກຊິກແລະນັອກແວ.

ຄຳ​ເຫັນ

0