尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ເໜີ​ໂຕໂຄ​ສົກ​ຂອງ​ຄະ​ນະ​ກຳ​ມະ​ການຈັດ​ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​

2022-01-06 17:06:34 cri

ສະ​ເໜີ​ໂຕໂຄ​ສົກ​ຂອງ​ຄະ​ນະ​ກຳ​ມະ​ການຈັດ​ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​_fororder_6609c93d70cf3bc7c8b1890599210aa8cc112a54

      ວັນ​ທີ 5 ມັງ​ກອນ​ນີ້, ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ໄດ້​ສະ​ເໜີ​ໂຕ​ໂຄ​ສົກ​ຂອງ​ຕົນ​ແລະ​ຈັດ​ພິ​ທີ​ເປີດ​ນຳ​ໃຊ້​ສູນ​ສື່​ມວນ​ຊົນຕົ້ນ​ຕໍ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ທ່ານ ຈ້າວ​ເວີ້ຍ​ຕຸ່ງ ​ແລະ​ ທ່ານ​ນາງ ຢຽນ​ເຈ່ຍ​ໂຢງ ​ແມ່ນໂຄ​ສົກ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ໄດ້​ສະ​ເໜີ​ໂຕ​ຕໍ່​ສື່ມວນ​ຊົນ​ຢ່າງ​ເປັນ​ທາງ​ການ. ເມື່ອ​ຮອດ​​ເວ​ລາແຂ່ງ​ຂັນ, ໂຄ​ສົກ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຮ່ວມ​ກັບ​ໂຄ​ສົກ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແລະ​ໂຄ​ສົກ​ຂອງຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ເປັນ​ປະ​ທານຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ,ເພື່ອ​ແຈ້ງ​ສະ​ພາບ​ຫຼ້າ​ສຸດ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ແລະ​ຕອບ​ຄຳ​ຖາມ​ທີ່ສື່ມວນ​ຊົນ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃຫ້​ຄວາມ​ສົນ​ໃຈ.

ຄຳ​ເຫັນ

0