尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ແລະ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ​ໄດ້​ສົ່ງ​ສານອວຍ​ພອນ​ໃຫ້​ກັນ​ແລະ​ກັນ​ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ກາ​ນ​ທູດ​ລະ​ຫວ່າ​ງ​ສອງ​ປະ​ເທດ​ຄົບ​ຮອບ 30 ປີ

2022-01-06 17:04:37 cri

      ວັນ​ທີ 5 ມັງ​ກອນ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ ຊາ​ດີ ນູ​ໂກ​ເຈວ​ວິ​ສ ​ຈາ​ພາ​ຣົ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານໄດ້​ສົ່ງ​ສານອວຍ​ພອນ​ໃຫ້​ກັນ​ແລະ​ກັນ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​​ແລະ​ອວຍ​ພອນ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 30 ປີ.

      ​ໃນ​ສານອວຍ​ພອນ​ຂອງ ທ່ານ ສີ​ຈິ້ນ​ຜິງ ໄດ້​ລະ​ບຸ​ວ່າ: ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ເວ​ລາ 30 ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ, ການ​ພົວ​ພັນ​ຄູ່​ຮ່ວມ​​ມືຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ: ຂ້າ​ພະ​ເຈົ້າ​ຍິນ​ດີ​ສືບ​ຕໍ່ຕິດ​ຕໍ່​ພົວ​ພັນ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີຊາ​ດີ ນູ​ໂກ​​ໂຊ​ວິ​ສ ​ຈາ​ພາຣົ​ຟ ຢ່າງ​ໃກ້​ຊິດ, ຖື​ເອົາ​ໂອ​ກາດ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ຝ່າຍ​ຄົບ​ຮອບ 30 ປີເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່,ຊຸກ​ຍູ້​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​​ຕື່ມອີກ.

      ທ່ານ ຊາ​ດີ ນູ​ໂກ​ໂຊວິ​ສ ຈາ​ພາ​ຣົ​ຟ ກ່າວ​ວ່າ: ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອັນ​ສຳ​ຄັນ​ແກ່​ຝ່າຍກຽກ​ກິດ​ສະ​ຖານ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານຊາ​ດີ ນູ​ໂກ​ໂຊ​ວິ​ສ ​ຈາ​ພາ​ຣົ​ຟ ​ກ່າວ​ວ່າ​ປະ​ເທດ​ກຽກ​ກິດ​ສະ​ຖານຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ,ສຸມ​ທຸກ​ກຳ​ລັງ​ເພື່ອ​ປັບ​ປຸງ​ແລະ​ເປີດກວ້າງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ດີກວ່າ​ເກົ່າ.

ຄຳ​ເຫັນ

0