吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນວ​ຄິດ​ດ້າ​ນ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີ​ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ດ້ານ​ໃດ​ແດ່

2022-01-06 11:08:42 cri

    ປີ 2021 ແມ່ນ​ປີ​ທຳ​ອິດ​ທີ່​ ສ​ປ ​ຈີນ​ເລີ່ມ​ຕົ້​ນ​​ການເດີນທາງຄັ້ງ​ໃໝ່ ໃນການສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ. ຈີນ​ໄດ້​​ກ້າວເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່. ນັບ​ແຕ່​ປີ 2021 ເປັນ​ຕົ້ນ​ມາ, “ຈັດ​ຕັ້​ງ​ປະ​ຕິ​ບັດ​ແນວ​ຄິດ​ພັດ​ທະ​ນາ​ໃໝ່​ຢ່າງ​ຄົບ​ຖ້ວນ, ຖືກ​ຕ້ອງ ແລະ​ ຮອບ​ດ້ານ” ​ວາງ​ແຜນ​ ແລະ ​ຊຸ​ກ​ຍູ້​ວຽກ​ງານ​ຕ່າງໆ​ຢ່າງ​ເປັນ​ລະ​ບົບ ເຊິ່ງ​ເປັນ​ຄຳ​ເວົ້າ​ສຳ​ຄັນໃນ​ດ້ານ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ທ່ານ​ ສີຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ. ແນວ​ຄິດ​ດ້າ​ນ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີ​ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ດ້ານ​ໃດ​ແດ່

ແນວ​ຄິດ​ດ້າ​ນ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີ​ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ດ້ານ​ໃດ​ແດ່_fororder_1

    ກ່ອນ​ອື່ນ​ໝົດ​ແມ່ນ​ການ​ປະ​ດິດ​ສ້າງ​ໃໝ່

    ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ຂອງ​ຈີນ​ໄດ້​ສະ​ເໜີ​ວ່າ: ຕ້ອງຍຶດ​ໝັ້ນ​ຄວາມເປັນ​ແກນ​ກາງຂອງການ​ປະ​ດິດ​ສ້າງ​ໃໝ່​​ໃນພາກສ່ວນທັງໝົດແຫ່ງການສ້າງປະເທດຈີນທີ່ທັນສະໄໝ, ຖື​ເອົາການ​ພັດ​ທະ​ນາ ແລະ​ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ​ເປັນ​ການ​ຄ້ຳ​ປະ​ກັນ​ດ້ານ​ຍຸດ​ທະ​ສາດ​ໃນການ​ພັດ​ທະ​ນາ​ປະ​ເທດ​.

    ​ເດືອນ​ມີ​ນາ​ປີ 2021, ​ໃນ​ເວ​ລາ​ຢ້ຽມ​ຢາມ​ວິ​ສາ​ຫະ​ກິດ​ແຫ່ງ​ໜຶ່ງ​ຢູ່​ແຂວງຟູ​ຈ້ຽນ, ທ່ານ ​ສີຈິ້ນ​ຜິງ ກ່າວ​ວ່າ: ສຳລັບແຜນ​ພັດ​ທະ​ນາ​ປະ​ເທດ​ພວກ​ເຮົາ, ຕໍ່​ໄປ​ນີ້,  ພວກ​ເຮົາ​​ຕ້ອງ​ອາ​ໄສ​ການ​ປະ​ດິດ​ສ້າງ​ໃໝ່, ບໍ່ວ່າຜູ່ໃດ ວິສາຫະກິດໃດ ຫຼື ອົງການໃດ, ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດກໍຄືສາມາດປະກອບສ່ວນໃຫ້ກັບປະເທດຊາດໄດ້, ຂໍພຽງແຕ່​ປະ​ກອບ​ສ່ວນ​ໃຫ້​ກັບ​ປະ​ເທດ​ຊາດ​ເທົ່ານັ້ນ ລັດກໍ​ສະ​ສະ​ໜັບ​ສະ​ໜູນ​ຢ່າງເຕັມ​ທີ່ ​.

    ດັດ​​ຊະ​ນີ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ຈີນ​ໃນ​ປີ 2021 ໄດ້​ເພີ່ມ​ຂຶ້ນ​ຮອດ​ອັນ​ດັບ​ທີ 12 ໃນ​ທົ່ວ​ໂລ​ກ ແລະ​ເປັນ​ອັນ​ດັບ​ທີ 1 ໃນ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ລາຍ​ຮັບ​ປານ​ກາງ.

ແນວ​ຄິດ​ດ້າ​ນ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີ​ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ດ້ານ​ໃດ​ແດ່_fororder_3

    ອັນທີ 2, ທັດສະນະຄະຕິ​ໃໝ່ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ.

    ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ​ທີ່ມວນ​ມະ​ນຸດ​ທັງ​ໝົດ​ກໍາລັງຜະ​ເຊີນ​ຢູ່. ໃນ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 22 ເມ​ສາ ປີ 2021, ​ທ່ານ ​ສີ​ຈິ້ນ​ຜິງ ຜູ້​ນໍ​າ​ສູງ​ສຸດ​ຂອງ​ຈີນ​ໄດ້​ກ່າວ​ວ່າ: “ຈີນ​ຈະ​​ພະ​ຍາ​ຍາມ​ເຮັດ​ໃຫ້ຍອດ​ປະ​ລິ​ມານ​ການ​ປ່ອຍກາກບອນ​ດີອອກຊິດ​ ບັນ​ລຸ​ເຖິງ​ຈຸດ​ສູງ​ສຸດ​ກ່​ອນ​ປີ 2030 ແລະ​ບັນ​ລຸການປອດ​ກາກ​ບອນ​ກ່ອນ​​ປີ 2060. ການ​ໃຊ້​ເວ​ລາ​ ຈາກຍອດ​ປະ​ລິ​ມານ​ການ​ປ່ອຍ​ກາກບອນ​ດີອອກຊິດ​ບັນ​ລຸ​ເຖິງ​ຈຸດ​ສູງ​ສຸດ​ ຮອດການປອດ​ກາ​ກບອນ​ທີ່​ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນັ້ນ ແມ່ນ​ສັ້ນ​ກວ່າ​ປະ​ເທດ​ພັດ​ທະ​ນາ​ແລ້ວ, ​ຈີນ​ຕ້ອງມີ​​ຄວາມ​ພະ​ຍາ​ຍາມ​ຢ່າງ​ຫຍຸ້ງ​ຍາກ​ລຳ​ບາກ”. ເພື່ອ​ໃຫ້ຄຳໝັ້ນ​ສັນ​ຍາປາກົດຜົນ​ເປັນ​ຈິງ. ຈີນ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສີ​ຂຽວ ແລະ​ປ່ອຍ​ກາກບອນ​ຕ່ຳ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ທັງ​ໄດ້​ປັ​ບ​ປຸງ ແລະ ​ຍົກ​ລະ​ດັບ​ຂອງ​ຂະ​ແໜງ​ການ​ຕ່​າງໆ ຄື: ຂະ​ແໜງ​ການພະ​ລັງ​ງານ​ເປັນ​ຕົ້ນ. ປີ 2021, ອັດ​ຕາ​ສ່ວນປ່າ​ປົກ​ຫຸ້ມທົ່ວ​ປະ​ເທດ​ຈີນ ​​ຫຼາຍກວ່າ 23%.

ແນວ​ຄິດ​ດ້າ​ນ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີ​ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ດ້ານ​ໃດ​ແດ່_fororder_4

    ອັນສຸດທ້າຍ, ທັດຄະນະຄະຕິໃໝ່ ​ຍັງ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ທີ່​ມະ​ນຸດ ກັບທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ປອງດອງ​.

    ໃນ​ປີ 2021,   ການເດີນທາງຂອງຊ້າງ​ປ່າອາ​ຊີ 15 ໂຕ​ຢູ່​ແຂວງ​ຢູນ​ນານ ສ​ປ ຈີນ ໄດ້ກາຍເປັນແຮງ​​ດຶງ​ດູດ​ສາຍ​ຕາ​ຊາວ​ໂລກ​ເປັນ​ຢ່າງ​ດີ, ໂດຍພາຍ​ໃຕ້​ການ​ເບິ່ງ​ແຍງ​ດູ​ແລ​ຂອງ​ປະ​ຊາ​ຊົນ​ຈີນ​ທັງຫຼາຍ, ຝູງ​ຊ້າງ​ໄດ້​ສຳ​ເລັດ​ການ​ເດີນ​ທາງ​​ເປັນ​ເວ​ລາ 110 ກວ່າ​ວັນ ແລະ​ໄລ​ຍະ​ທາງ 130 ກວ່າ​ກິ​ໂລ​ແມັດ, ໂດຍ​ໄດ້​ກາຍ​ເປັນ​ເລື່ອງ​ລາວ​ທີ່​ໜ້າ​ສົນ​ໃຈ​ໃນ​ຈີນ. ຝູງ​ຊ້າງ​ໄດ້​ອອກ​ເດີນ​ທາງ​ຂຶ້ນ​ເໜືອ ແລ້ວ​ລົງ​ໃຕ້​ກັບ​ສູ່ຖິ່ນເດີມ​ຂອງ​ຕົນ​, ໄດ້​ເຮັດໃຫ້​ທົ່ວ​ໂລ​ກ​​ເຫັນ​ເຖິງ​ໝາກ​ຜົນ​ດ້ານ​ການ​ອະ​ນຸ​ລັກ​ສັດ​ປ່າ​ຂອງ​ຈີນ. ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງຄວາມ​ສີ​ວິ​ໄລ​ດ້ານ​ລະບົບນິເວດ ແລະພັດ​ທະ​ນາ​ຕາ​ມ​ທິດ​ສີ​ຂຽວ​ຢ່າງ​ຮອບ​ດ້ານ, ຫັນ​ເປັນ​ທັນ​ສະ​ໄໝ​ທີ່​ມະ​ນຸດ ກັບທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ປອງດອງ​, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມຂອງ​ສິ່ງ​ທີ່​ມີ​ຊີ​ວິດໃນໂລກ.

ຄຳ​ເຫັນ

0