蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ່າຍ​ຕ່າງໆພວມ​ພະ​ຍາ​ຍາມເຮັດ​ໃຫ້ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານບັນ​ລຸ​ຜົນ​ເປັນ​ຈິງ

2022-01-06 15:16:59 CRI

     ຕາມ​ຂ່າວ​ສານ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ອີ​ຣານ​ລາຍ​ງານ​ວ່າ: ວັນ​ທີ 5 ມັງ​ກອນນີ້, ຢູ່​ນະ​ຄອນວຽນ, ທ່ານ​ໂມ​ຮາ​ມັດ ບາ​ເກ​ຣີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທັງ​ເປັນຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ນັບ​ແຕ່​ເລີ່ມ​ດຳ​ເນີນການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາລະ​ຫວ່າງອາ​ເມ​ຣິ​ກາ​ແລະ​ອີ​ຣານ​ຮອບ​ 8 , ຝ່າຍ​ຕ່າງໆ​ພວມ​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ບັນ​ລຸ​ຜົນ​ເປັນ​ຈິງ. ຂໍ້​ກະ​ແຈ​ສຳ​ຄັນ​ທີ່​ເຮັດ​ໃຫ້​ກາ​ນ​ເຈ​ລະ​ຈາ​ໄດ້​ຮັບ​ຜົນ​ສຳ​ເລັດນັ້ນ​ກໍ​ແມ່ນ​ການ​ເຊັນ​ສັນ​ຍາກ່ຽວ​ກັບ​ການ​ຍົກ​ເລີກ​ການ​ລົງ​ໂທດ​ອີ​ຣານ​ຢ່າງ​ບັງ​ເກີດ​ຜົນ.

     ທ່ານ​ບາ​ເກ​ຣີ​ກ່າວ​ວ່າ: ຖ້າ​ອີກ​ຝ່າຍ​ໜຶ່ງ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຈິງ​ໃຈ​ໃນການ​ຍົກ​ເລີກ​ການ​ລົງ​ໂທດ​ອີ​ຣານ, ແລະ​ຮັບ​ຮອງ​ກົນ​ໄກ​ທີ່​ສະ​ເໜີ​ໂດຍ​ອີ​ຣານ​ກ່ຽວ​ກັບບັນ​ຫາ​ການກວດ​ກາແລະ​ການ​ຮັບ​ປະ​ກັນວ່າ​ອາ​ເມ​ຣິ​ກາຈະ​ບໍ່​ຖອນ​ອອກ​ຈາກ​ສັນ​ຍາ​ອີກ, ກໍ່​ຈະ​ມີ​ຄວາມ​ອາດ​ສາ​ມາດ​ເຊັນ​ສັນ​ຍາກັນ​ໄດ້​ພາຍ​ໃນ​ເວ​ລາອັນສັ້ນ.

ຄຳ​ເຫັນ

0