蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປາ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19

2022-01-07 12:06:11 CRI

ປາ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19_fororder_alvi 
(ທ່ານ​ອາ​ຣິ​ຟ ອານ​ວີ)

     ວັນ​ທີ 6 ມັງ​ກອນນີ້, ທ່ານ​ອາ​ຣິ​ຟ ອານ​ວີ ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານ​ໄດ້​ເປີດ​ເຜີຍ​ຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຜົນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງ​ທ່ານ​ເປັນ​ຜົນ​ບວກ.

     ທ່ານ​ອາ​ຣິ​ຟ ອານ​ວີ​ກ່າວ​ວ່າ: ໃນ 4-5 ມື້​ຜ່ານ​ມານີ້, ທ່ານ​ຮູ້​ສຶກວ່າ​ເຈັບ​ຄໍ, ແຕ່​ອາ​ການກໍ່​ດີ​ຂຶ້ນ, 2 ມື້​ກ່ອນນີ້​ທ່ານ​ເປັນ​ໄຂ້, ແຕ່ບໍ່​ມີ​ອາ​ການ​ອື່ນໆ. ທ່ານ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົ​ນ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໃຫ້​ດີ, ປະ​ຕິ​ບັດ​ຕາມ​​ມາດ​ຕະ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ທ່ານ​ອາ​ຣິ​ຟ ອານ​ວີ​ເຄີຍ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ເດືອນ​ມີ​ນາ​ປີ​ກາຍນີ້, ແລະ​ໄດ້​ຮັບ​ການປົວ​ໃຫ້​ຫາຍ​ຂາດໃນ​ເດືອນ​ເມ​ສາ.

ຄຳ​ເຫັນ

0