尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ສວຍ​ໃຊ້​ບັນ​ຫາ​ຊິ່ນ​ຈ່ຽງ​ບີບບັງ​ຄັບ​​ວິ​ສາ​ຫະ​ກິດ​ຂ້າມ​ຊາດໃຫ້​ເຂົ້າ​ຂ້າງ​​​ຕົນເປັນ​ການ​ຂົ່ມ​ຂູ່​ແລະ​ຂົ່ມ​ເຫັງ​ທາງ​ການ​ເມືອງ​​ຢ່າງເປີດ​ແປນ

2022-01-07 16:54:23 cri

ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ສວຍ​ໃຊ້​ບັນ​ຫາ​ຊິ່ນ​ຈ່ຽງ​ບີບບັງ​ຄັບ​​ວິ​ສາ​ຫະ​ກິດ​ຂ້າມ​ຊາດໃຫ້​ເຂົ້າ​ຂ້າງ​​​ຕົນເປັນ​ການ​ຂົ່ມ​ຂູ່​ແລະ​ຂົ່ມ​ເຫັງ​ທາງ​ການ​ເມືອງ​​ຢ່າງເປີດ​ແປນ_fororder_e001ae5527c345aa87672bcd36c216ca

      ໃນ​ກອງ​ປະ​ຊຸມ​​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ມັງ​ກອນ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ການ​ລາຍ​ງານ​ຂ່າວ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ຕະ​ດະ​ຊິ ຢະ​ໄນ, ຜູ້​ສ້າງຕັ້ງ​ຍີ່​ຫໍ້ເຄື່ອງ​ນຸ່ງ​ຢູ​ນິ​ໂຄ​ຣຫຼື Uniqlo ຂອງ​ຍີ່​ປຸ່ນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ກ່ອນ​ໜ້າ​ນີ້,ບໍ​ລິ​ສັດ​ຕົນ​ໄດ້​ປະ​ຕິ​ເສດ​​ການ​ສະ​ແດງ​ຄວາມ​ເຫັນ​ວ່າ​ຈະ​ໃຊ້​ດອກ​ຝ້າຍ​ຊິ່ນ​ຈ່ຽງ​ຫຼື​ບໍ່,​ກໍ່​ຍ້ອນ​ວ່າ​ຢາກ​ຮັກ​ສາ​​ຄວາມເປັນ​ກາງ​ລະ​ຫວ່າງ​ຈີນ-​ອາ​ເມ​ຣິ​ກາ. ອາ​ເມ​ຣິ​ກາບີບ​ບັງ​ຄັບ​ໃຫ້​ວິ​ສາ​ຫະ​ກິດ​​ຈົງ​ຮັກ​ພັກ​ດີ​​ຕໍ່​​ຕົນ​ເອງ,ແຕ່​ບໍ​ລິ​ສັດ​ຢູ​ນິ​ໂຄ​ຣ​ຈະ​ບໍ່​ເຂົ້າ​ຮ່ວມ​ເກມ​ແບບ​ນີ້. ຂໍ​ຖາມ​ແດ່​ຝ່າຍ​ຈີນ​ມີ​​ຄຳ​ເຫັນ​ແນວ​ໃດ​ຕໍ່​ກັບ​ເລື່ອງ​ນີ້?

      ທ່ານ ຫວ່າງ​ເຫວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ອາ​ເມ​ຣິ​ກາ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ແລະ​ສ້າງ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ບັນຫາ​ຊິ່ນ​ຈ່ຽງ​ຊ້ຳ​ແລ້ວ​ຊ້ຳ​ອີກ,ທີ່​ຈິງ​ແລ້ວ​ກໍ​ແມ່ນ​ມີ​ເຈດ​ຕະ​ນາ​ຢາກ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ,ທຳ​ລາຍ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຊິ່ນ​ຈ່ຽງ. ​ການ​ກະ​ທຳ​ຂອງອາ​ເມ​ຣິ​ກາ​ທີ່​ບີບ​ບັງ​ຄັບ​ໃຫ້​ວິ​ສາ​ຫະ​ກິດ​ຂ້າມ​ຊາດ​ເຂົ້າ​ຂ້າງ​​ແລະ​ຈົງ​ຮັກ​ພັກ​ດີ​ກັບຝ່າຍ​ອາ​ເມ​ຣິ​ກາ​ເປັນ​ການ​ຂົ່​ມ​ຂູ່​ແລະ​ການ​ຂົ່ມ​ເຫັງທາງ​ການ​ເມືອງ​ຢ່າງ​ເປີດ​ແປນ,ໄດ້​ຝືນ​ກັບ​ຫຼັກ​ການ​ຕະ​ຫຼາດ​ແລະ​ຈັນ​ຍາ​ບັນ​ທາງ​ການ​ຄ້າ​ທີ່​ສຸດ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ອາ​ເມ​ຣິ​ກາ​ເອງ​ເທົ່າ​ນັ້ນ,ຫາກ​ຍັງ​ຈະ​ທຳ​ລາຍຄວາມ​ໝັ້ນ​ທ່ຽງ​ຂອງຕ່ອງ​ໂສ້​​ການ​ຜະ​ລິດແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ​​ອີກ​ດ້ວຍ,ທຳ​ລາຍ​ລະ​ບຽບ​ການ​ການ​ຄ້າ​ສາ​ກົນ.

      ທ່ານ​ ຫວ່າງ​ເຫວີນ​ປິ່ນ ກ່າວ​ຕື່ມ​ວ່າ: “ດອກ​ຝ້າຍ​ຂອງ​ເຂດ​ຊິ່ນ​ຈ່ຽງ​ຈີນ​ຂາວ​ສະ​ອາດ​ແລະ​ມີ​ຄຸນ​ນະ​ພາບ​ດີ,ປະ​ຊາ​ຊົນ​ຢູ່​ເຂດ​ຊິ່ນ​ຈ່ຽງ​ທີ່​ສວຍ​ງາມ​ມີ​ຄວາມ​ດຸ​ໝັ່ນ​ແລະ​ເກັ່ງ​ກ້າ. ເຊື່ອ​ວ່າ​ຈະ​ມີ​ວິ​ສາ​ຫະ​ກິດ​ນັບ​ມື້​ນັບ​ຫຼາຍ​ສາ​ມາດ​ຈຳ​ແນກ​ຄວາມ​ຜິດ​ແລະ​ຄວາມ​ຖືກ​ຕ້ອງ​ໄດ້,​ປະ​ຖິ້ມ​ສິ່ງ​ລົບ​ກວນ​ທີ່​ເກີດຈາກ​ຄວາມ​ກົດ​ດັນ​ທາງ​ການ​ເມືອງ,ຕັດ​ສິນ​ໃຈ​ທາງ​ການ​ຄ້າ​ຢ່າງ​ເປັນ​ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ.”

ຄຳ​ເຫັນ

0