蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຸ​ນັກ​ບິນ​ອະ​ວະ​ກາດ​ເສິນ​ໂຈ່ວ​ 13 ໄດ້​ສຳ​ເລັດ​ການ​ທົດ​ລອງ​​ການບັນ​ຊາ​ໃຫ້​ຍານ​ຂົນ​ສົ່ງ​ທ່ຽນ​ໂຈ່ວ 2 ເຊື່ອມ​ຕໍ່​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ຢ່າງ​ຈົບ​ງາມ

2022-01-08 14:30:27 CRI

ຫ້ອງ​ການ​ໂຄງ​ການ​ການ​ບິນ​ອະ​ວະ​ກາ​ດ​ບັນ​ທຸກ​ຄົນ​​ຂອງ​ປະ​ເທດຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ເວ​ລາ 7 ໂມງ 55 ນາ​ທີ​ຂອງວັນ​ທີ 8 ມັງ​ກອນ​ນີ້, ໂດຍ​ໃຊ້ເວ​ລາ​ປະ​ມານ 2 ຊົ່ວ​ໂມງ ແລະ ດ້ວຍ​ການ​ປະ​ສົມປະ​ສານ​ກັນຢ່າງ​ໃກ້​ຊິດ​​ຈາກພະ​ນັກ​ງານ​ວິ​ທະ​ຍາ​ສາດ​ພາກ​ພື້ນ​ດິນ, ຈຸ​ນັກ​ບິນ​ອະ​ວະ​ກາດ​ເສິນ​ໂຈ່ວ 13 ໄດ້​ສຳ​ເລັດ​ການ​ທົດ​ລອງ​ໃຫ້​ຍານ​ອະ​ວະ​ກາດ​ຂົນ​ສົ່ງວັດ​ຖຸ​ທ່ຽນ​ໂຈ່ວ 2 ເຊື່ອມ​ຕໍ່​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ຢ່າງ​ຈົບ​ງາມ ດ້ວຍ​ວິ​ທີ​ການ​ບັນ​ຊາ​ດ້ວຍ​ມື​​ຂອງນັກ​ບິນ​ອະ​ວະ​ກາດ​ຢູ່​ພາຍ​ໃນ​ຫ້ອງ​ແກນ​ກາງ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ.

​ວິ​ທີ​ການ​ບັນ​ຊາ​ການ​ເຊື່ອມ​ຕໍ່ດ້ວຍ​ມື​​ຂອງນັກ​ບິນ​ອະ​ວະ​ກາດ​ເປັນ​ວິ​ທີທີ່​ສຳ​ຄັນ​ສຳ​ລັບ​ຍານ​ອະ​ວະ​ກາດ​ເຊື່ອມ​ຕໍ່​ກັບ​ສະ​ຖາ​ນີ​ອະ​ວະ​ກາດ ແລະ ເປັນ​ວິ​ທີ​ສຳ​ຮອງ​ສຳ​ລັບ​ຍານ​ອະ​ວະ​ກາດ​ບໍ່​ມີ​ຄົນ​ຂັບ​ເຊື່ອມ​ຕໍ່​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ໂດຍ​ອັດ​ຕະ​ໂນ​ມັດ.

ຄຳ​ເຫັນ

0