黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາເລເຊຍອະນຸມັດການນຳໃຊ້ວັກຊີນໂຄວິດ-19 ຂອງບໍລິສັດຊີວະພາບຄັນຊີໂນ ຈີນເປັນເຂັມເພີ່ມຄວາມສາມາດກັນພະຍາດ

2022-01-08 16:11:10 CRI

ກຸ່ມບໍລິສັດແຜນມາເລເຊຍໄດ້ປະກາດໃນວັນທີ 7 ມັງກອນນີ້ວ່າ: ວັກຊີນຄອນວີເດເຊຍຂອງບໍລິສັດຊີວະພາບຄັນຊີໂນຈີນ ໄດ້ຮັບການອະນຸມັດ ຢ່າງມີເງື່ອນໄຂຈາກກົມຄຸ້ມຄອງຢາທີ່ຂຶ້ນກັບອົງການຕິດຕາມຄຸ້ມຄອງຢາແຫ່ງຊາດມາເລເຊຍ ໂດຍອະນຸມັດໃຫ້ນຳໃຊ້ວັກຊີນໂຄວິດ-19 ດັ່ງກ່າວເປັນເຂັມເພີ່ມ ຄວາມສາມາດໃນການປ້ອງກັນພະຍາດໂຄວິດ-19 ໃນມາເລເຊຍ.

ກຸ່ມບໍລິສັດແຜນມາເລເຊຍໄດ້ອອກຖະແຫລງການໃນວັນທີ 7 ມັງກອນນີ້ວ່າ: ກົມຄຸ້ມຄອງຢາມາເລເຊຍ ໄດ້ອອກແຈ້ງການໃນວັນທີ 6 ມັງກອນນີ້ ໂດຍເຫັນດີໃຫ້ນຳໃຊ້ວັກຊີນຄອນວີເດເຊຍຂອງບໍລິສັດຊີວະພາບ ຄັນຊີໂນຈີນເປັນເຂັມເພີ່ມຄວາມສາມາດກັນພະຍາດໂຄວິດ-19 ສຳລັບຜູ້ເຕັມກະ ສຽນອາຍຸ ທີ່ມີອາຍຸໄດ້ 18 ປີແລະ 18 ປີຂຶ້ນໄປ ເຊິ່ງໄດ້ສັກວັກຊີນຄັນຊີໂນ ເຂັມທີ 1 ໄດ້ 3-6 ເດືອນແລ້ວ.

ຄຳ​ເຫັນ

0