蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ຈຳ​ເປັນ​ແກ່​ກາ​ຊັກ​ສະ​ຖານຈົນ​ສຸດ​ຄວາມ​ສາ​ມາດ​ ເພື່ອ​ຊ່ວຍ​ກາ​ຊັກ​ສະ​ຖານ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

2022-01-08 14:31:11 CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 7 ມັງ​ກອນ​ນີ້, ມີ​ນັກ​ຂ່າວ​ຖາມ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ກາ​ຊັກ​ສະ​ຖານ.

ທ່ານ​ວາງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ວ່າ: ຈີນ​ໄດ້​ເອົາ​ໃຈ​ໃສ່​ວ່າ: ລັດ​ຖະ​ບານ​ກາ​ຊັກ​ສະ​ຖານ​ພວມ​ໃຊ້​ມາດ​ຕະ​ການ​ທີ່​ເຂັ້ມ​ແຂງ​ຕ່​າງໆ ເພື່ອ​ໂຈມ​ຕີ​ການ​​ໃຊ້​ຄວາມ​ຮຸນ​ແຮງກໍ່​ການ​ຮ້າຍ ແລະ ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ. ຈີນ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ທຸກ​ປະ​ການ​ຂອງ​ລັດ​ຖະ​ບານ​ກາ​ຊັກ​ສະ​ຖານ ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ອັນ​ເຄັ່ງ​ຕຶງ, ເດັດ​ດ່ຽວ​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ພາຍນອກ​ຕັ້ງ​ແກ້ງ​ສ້າງ​ຄວາມ​ປັ່ນ​ປ່ວນ​ໃນ​ສັງ​ຄົມ ແລະ ​ຍຸ​ຍົງ​ສົ່ງ​ເສີມການ​ໃຊ້​ກຳ​ລັງ​ຮຸນ​ແຮງ​ຢູ່​ກາ​ຊັກ​ສະ​ຖານ.

ໃນ​ຖາ​ນະ​ເປັນ​ປະ​ເທດ​ບ້​ານ​ໃກ້​ເຮືອນ​ຄຽງ​​ຖານອ້າຍ​ນ້ອງ​ກັນ ແລະ ເປັນຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຖາ​ວອນ​ຂອງ​ກາ​ຊັກ​ສະ​ຖານ, ຈີນ​ຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ຈຳ​ເປັນ​ແກ່​ກາ​ຊັກ​ສະ​ຖານ ເພື່ອ​ຊ່ວຍ​ກາ​ຊັກ​ສະ​ຖານ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.

ຄຳ​ເຫັນ

0