刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສະ​ໜອງອຸ​ປະ​ກອນ​ການແພດ​ຂອງ​ອາ​ເມ​ຣິ​ກາບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ ຄວາມ​ຕ້ອງ​ການ​ໃນ​ການການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19

2022-01-09 16:41:01 cri

ຍ້ອນ​ເຊື້ອ​ພະ​ຍາດ ​ໂອ​ມິ​ຄ​ຣອນ​ ແຜ່​ລະ​ບາດ​ຢ່າງວ່ອງ​ໄວ, ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້ ອາ​ເມ​ຮິ​ກາ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ຕ້ອງນອນ​ໂຮງ​ໝໍ ແລະ​ມີ​ຄວາມ​ຕ້ອງ​ການ​ໃນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ລະ​ບົບ​ການ​ປິ່ນ​ປົວ​ພະ​ຍາດ​ຂອງລັດ​ນັບ​ມື້​ນັບຫຼາຍ​ຂຶ້ນ​​ມີ​ກໍ​ລະ​ນີ​ທີ່​ຂາດ​ແຄນ​ພະ​ນັກ​ງານ​ແພດໝໍ​ແລະ​ອຸ​ປະ​ກອນການ​ແພດ. ພ້ອມ​ກັນ​ນັ້ນ, ຢູ່​ຕະຫຼາດ​ອາ​ເມ​ຣິ​ກາ​ຍັງ​ປະ​ກົດ​ມີຢາກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ປອມ ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົມ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ.

ຕົວ​ເລກ​ສະ​ຖິ​ຕິ​ຈາກ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 7 ວັນ​ທີ່​ຜ່ານ​ມາ, ອາ​ເມ​ຣິ​ກາ​ມີຈຳ​ນວນ​ສະ​ເລ່ຍ​ຂອງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ປິ່ນ​ປົວ​ຢູ່​ໂຮງ​ຄິດ​ສະ​ເລ່ຍຫຼາຍກວ່າ 138.000 ຄົນ, ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ເມື່ອ​ທຽບ​ກັບ​ສອງ​ເດືອນ​ກ່ອນ​ທີ່​ມີ​ປະ​ມານ 45.000 ຄົນ ແລະ​ສະ​ພາບການ​ທີ່​ມີ​ພະ​ນັກ​ງານ​ໂຮງ​ໝໍ​ບໍ່​ພຽງ​ພໍ​ກໍ​ນັບ​ມື້​ນັບ​ໜັກ​ໜ່ວງ​ຂຶ້ນ.

ຜູ້​ຊ່ຽວ​ຊານ​​ດ້ານສາ​ທາ​ລະ​ນະ​ສຸກ​​ຂອງອາ​ເມ​ຣິ​ກາ​ກ່າວ​ວ່າ: ໂດຍ​ປະ​ເຊີນ​ໜ້າ​ກັບເຊື້ອ​ພະ​ຍາດ ໂອ​ມິ​ຄ​ຣອນ ທີ່​ມີ​ລັກ​ສະ​ນະ​ແຜ່​ລະ​ບາດ​ງ່າຍກວ່າ, ການ​ໝັ່ນ ກວດ​ຫາ​ເຊື້ອ​ພະ​ຍາດ​ມີ​ຄວາມ​ສຳ​ຄັນຫຼາຍ, ແຕ່​ການ​ສະ​ໜອງ​ຂອງ​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​ຕອບ​ສະ​ໜອງກັບ​ຄວາມ​ຕ້ອງ​ການ​ໄດ້.

ຄຳ​ເຫັນ

0