何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຸ່ມ​ນາ​ໂຕ​ສະ​ແດງ​ທ່າ​ທີ​ທີ່​ເຂັ້ມ​ແຂງ​ກ່ອນ​ການ​ເຈ​ລະ​ຈາ​ດ້ານ​ຄວາມ​ປອດ​ໄພ

2022-01-09 14:59:04 CRI

ໃນ​ອາ​ທິດ​ໜ້າ, ຣັດ​ເຊຍ ​ກັບ ອາ​ເມ​ຣິ​ກາ ກຸ່ມນ​າ​ໂຕແລະ​ອົງ​ການ​ອື່ນໆ​ຈະ​ຈັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມໝັ້ນ​ຄົງຫຼາຍ​ຄັ້ງ. ກ່ອນ​ການ​ເຈ​ລະ​ຈາ, ​ວັນ​ທີ 7 ມັງ​ກອນ​ນີ້, ປະ​ເທດ​ສະ​ມາ​ຊິກ​ກຸ່ມ​ນາ​ໂຕ​ໄດ້​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເພື່ອ​ປະ​ສານ​ສົມ​ທົບ​ກັນ​ກ່ຽວ​ກັບຫຼັກ​ໝັ້ນ​ຕໍ່​ກັບ​ຣັດ​ເຊຍ, ໂດຍ​ກ່າວ​ຢ້ຳ​ວ່າ ຈະ​ບໍ່​ຍອມ​ຮັບ​ຄວາມ​ຮຽກ​ຮ້ອງ​ຕ່າງໆ​ທີ່​ສະ​ເໜີ​ໂດຍ​ຣັດ​ເຊຍ ເຊິ່ງ​ລວມ​ທັງ ຄຳ​ຮຽກ​ຮ້ອງ​ທີ່​ໃຫ້​ກຸ່ມ​ນາ​ໂຕ​ບໍ່​ແຜ່​ຂະ​ຫຍາຍ​ອິດ​ທິ​ພົນ​ໄປ​ສູ່​ທິດ​ຕາ​ເວັນ​ອອກ​.

ວັນ​ທີ 7 ມັງ​ກອນ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 30 ປະ​ເທດ​ສະ​ມາ​ຊິກ​ກຸ່ມ​ນາ​ໂຕ​ໄດ້​ຈັດ​ກອງ​ປະ​ຊຸມ​ຜ່ານ​ທາງວີ​ດີ​ໂອ, ເພື່ອ​ກະ​ກຽມ​ການ​ເຈ​ລະ​ຈາ​ກັບ​ຣັດ​ເຊຍ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ກ່າວ​ວ່າ, ເຂົາ​ເຈົ້າ​ຈະ​ເປັນ​ເອ​ກະ​ພາບ​ກັນ​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ຣັດ​ເຊຍ​ອາດ​ຈະ​ກໍ່​ຂຶ້ນ​ຕໍ່​ກັບ​ອຸຍ​ແກຼນ, ແລະ​ຈະ​ບໍ່​ຍອມ​ຮັບ​ຄວາມ​ຮຽກ​ຮ້ອງ​ຕ່າງໆ​ຂອງ​ຣັດ​ເຊຍ​ທີ່​ສະ​ເໜີ​ອອກ​ໃນ​ຮ່າງ​ສັນ​ຍາ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ຄວາມ​​ໝັ້ນ​ຄົງ.

ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ ກັບ ອາ​ເມ​ຣິ​ກາ ແລະ ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​ໄດ້​ເຄັ່ງ​ຕຶງ​ຂຶ້ນ​ຍ້ອນ​ບັນ​ຫາ​ອຸຍ​ແກຼນ, ອາ​ເມ​ຣິ​ກາ ແລະ ອຸຍ​ແກຼນ​ໄດ້ໂຄ​ສະ​ນາ​ຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​​ໄພ​ຂົ່ມ​ຂູ່​ຂອງ​ອັນ​ທີ່​ເອີ້ນ​ວ່າ “ຣັດ​ເຊຍ​ເຂົ້າ​ຮຸກ​ຮານ ອຸຍ​ແກຼນ”, ແຕ່​ຣັດ​ເຊຍ​ພັດ​ກ່າວ​ເນັ້ນ​ວ່າ ສະ​ຖາ​ນະ​ການ​ຊຸດ​ໂຊມ​ລົງ​ຢ່າງ​ຕໍ່​ເນື່ອງ​ແມ່ນ​ຍ້ອນ​ວ່າ ກຸ່ມ​ນາ​ໂຕ​ໄດ້​ບີບ​​ຮັດ​ຂອບ​ເຂດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ​​ເລື້ອຍໆ.

ຄຳ​ເຫັນ

0