刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນ​ງານ​ເຕັກ​ນິກ 70 ກວ່າ​ລາ​ຍ​ການ​ຈະນຳ​ໃຊ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2022-01-09 16:39:51 cri

 

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ບໍ່​ພຽງ​ແຕ່​ແມ່ນ​ເວ​ທີ​ສຳ​ຄັນ​ທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ໂອ​ລິມ​ປິກ​ເທົ່າ​ນັ້ນ ຍັງ​ຈະ​ເປັນ​ເວ​ທີ​ສຳ​ຄັນ​ເພື່ອ​ສະ​ແດງ​ຜົນ​ງານ​ ຂອງ​ສູນ​ການປະ​ດິດ​ສ້າງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສາ​ກົນ​ປັກ​ກິ່ງ. ກອງ​ປະ​ຊຸມ​ສອງ​ສະ​ພາ ຄື​ສະ​ພາ​ປະ​ຊາ​ຊົນ ແລະ​ສະ​ພາ​ປຶກ​ສາ​ການ​ເມືອງ​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ​, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​​ທົດ​ສອບແລະ​ນຳ​ໃຊ້​ເຕັກ​ນິກຫຼາຍກວ່າ 200 ລາຍ​ການ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ​ຈະ​ນຳ​ໃຊ້​ຜົນ​ງານ​ເຕັກ​ນິກຫຼາຍກວ່າ 70 ລາຍ​ການ​ເຂົ້າ​ໃນ​ການ​ແຂ່ງ​ຂັນ.

ເຕັກ​ນິກ 200 ລາຍ​ການ​ດັ່ງ​ກ່າວ ກ່ຽວ​ພັນ​ເຖິງຫຼາຍ​ຂົງ​ເຂດ ເປັນ​ຕົ້ນ​ແມ່ນ ວິ​ສະ​ວະ​ກຳ​​ຂໍ້​ມູນ​ຂ່າວ​ສານ, ວິ​ສະ​ວະ​ກຳ​ຊອ​ຟ​ແວ, ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ, ວິດີ​ໂອ​​ທີ່​ມີ​ຄວາມ​ລະ​ອຽດ​ສູງ, ລະ​ບົບ 5G ແລະ​ພະ​ລັງ​ງານ​ໃໝ່ ເຊິ່ງ​ຈະ​ນຳ​ໃຊ້​ໃນ 60 ກວ່າ​ສະ​ພາບ​ການ ເຊັ່ນ: ອັດ​ສະ​ລິ​ຍະ, ແບບ​ສີ​ຂຽວ, ຄວາມ​ປອດ​ໄພ, ​ການ​ປ້ອງ​ກັນ​ພະ​ຍາດ ແລະ​ອື່ນໆ.

ໂດຍ​ໝູນ​ອ້ອມ​ການ​ກໍ່​ສ້າງ​​ສະ​ໜາມ​ກິ​ລາ, ການ​ເຮັດ​ວຽກ​ຢູ່​ສະ​ໜາມ​ກິ​ລາ, ​ການຄົມ​ມະ​ນາ​ຄົມ​, ການ​ຈໍ​ລະ​ຈອນ​ສິນ​ຄ້າ ແລະ​ອື່ນໆ, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ຊູ້​ຍູ້​ກ​ການ​ຄົ້ນ​ຄວ້າ​ເຕັກ​ນິກ​ກາກບອນ​ຕ່ຳ​ແບບ​ສີ​ຂຽວ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຕາມ​ທິດ​ສີ​ຂຽວ.

ນອກ​ນີ້, ໃນ​ດ້ານ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ແຂ່ງ​ຂັນ, ການ​ພາ​ທ່ຽວ​​ບອກ​ທາງ​ຢູ່​ສະ​ໜາມ​ກິ​ລາແລະ​ອື່ນໆ, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ຊຸກ​ຍູ້​ການ​ນຳ​ໃຊ້​ເຕັກ​ນິກ​ຕ່າງໆ ເຊັ່ນ: ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ, ການ​ຖ່າຍ​ທອດຢູ່​ໜ້າ​ຈໍ​ທີ່​ມີ​ຄວາມ​ລະ​ອຽດ​ສູງ, ເຕັກ​ນິກ VR (Virtual Reality) ແລະ​ອື່ນໆ ເພື່ອ​ເຮັດ​ໃຫ້​ຜູ້​ຊົມ​ສາ​ມາດ​ເບິ່ງ​ຊົມ​ການ​ແຂ່ງ​ຂັນ​ໄດ້​ດີກວ່າ​ເກົ່າ.

ຄຳ​ເຫັນ

0