刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ: ຄວາມ​ຂັດ​ແຍ້ງ​ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ​ອີ​ຣານ​ພວມຫຼຸດ​ໜ້ອຍ​ລົງ

2022-01-09 16:42:05 cri

ອີ​ຣານ​ກ່າວ​ວ່າ: ຄວາມ​ຂັດ​ແຍ້ງ​ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ​ອີ​ຣານ​ພວມຫຼຸດ​ໜ້ອຍ​ລົງ

ວັນ​ທີ 8 ມັງ​ກອນ​ນີ້, ທ່ານ ອາ​ລີ ບັກ​ເຮ​ຣີ ກາ​ນີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ ທັງ​ເປັນ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ກ່າວ​ວ່າ: ຄວາມ​ຂັດ​ແຍ້ງ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ຮອບ​ດ້ານ​ຂອງ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ລະ​ຫວ່າງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ພວມຫຼຸດ​ໜ້ອຍ​ລົງ.

ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ຂ່າວ​ສານ​ອີ​ຣານ, ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ທີ່​ດຳ​ເນີນ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ​ຢູ່​ນະ​ຄອນຫຼວງວຽນປະ​ເທດໂອ​ຕຼີ​ສໃນ​ວັນ​ທີ 8 ມັງ​ກອນ​ນີ້. ທ່ານ​ບັກ​ເຮ​ຣີ​ກ່າວ​ຕໍ່​ສື​ມວນ​ຊົນຫຼັງ​ການ​ເຈ​ລະ​ຈາ​ວ່າ: ການ​ເຈ​ລະ​ຈາ​ພວມ​ໄປ​ຕາມ​ທິດ​ທາງ​ທີ່​ບັນ​ລຸ​ສັນ​ຍາ. ຂ່າວ​ແຈ້ງວ່າ: ພາຍຫຼັງ​ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ​ອີ​ຣານ​ແລ້ວ, ຜູ້​ຕາງ​ໜ້າ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ອື່ນໆ​ຂອງ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ ກັບ ຜູ້​ຕາງ​ໜ້າ​ອາ​ເມ​ຣິ​ກາ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ເຈ​ລະ​ຈາ.

ຄຳ​ເຫັນ

0