吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.ເກົາຫຼີໄດ້ຕີລາຄາສູງຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງວ່າເປັນງານມະຫາກຳທີ່ສົ່ງຄວາມອົບອຸ່ນ ແລະ ຄວາມຊາບຊຶ້ງໃຈ

2022-01-10 15:08:36 CRI

ສ.ເກົາຫຼີໄດ້ຕີລາຄາສູງຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງວ່າເປັນງານມະຫາກຳທີ່ສົ່ງຄວາມອົບອຸ່ນ ແລະ ຄວາມຊາບຊຶ້ງໃຈ_fororder_webwxgetmsgimg

    ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ ທ່ານຮັງຮີ ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວສ.ເກົາຫຼີກ່າວວ່າ, ຈີນມີປະສົບການໃນການຈັດງານກິລາລະດັບສາກົນທີ່ອຸດົມສົມບູນເຊິ່ງຈະສາມາດຈັດງານມະຫາກຳກິລາໂອລິມປິກລະດູໜາວທີ່ລືມຍາກໃຫ້ກັບທົ່ວໂລກ.


    ທ່ານຮັງຮີກ່າວວ່າ:ຈີນໄດ້ມີທັດສະນະຄະຕິກ່ຽວກັບການຈັດງານກິລາໂອລິມປິກຕາມທິດ “ສີຂຽວ ຊົມໃຊ້ຮ່ວມກັນ ເປີດປະຕູ ແລະ ປອດໃສ” ແລະ ຖື “ສີຂຽວ” ໃນນັ້ນເປັນອັນດັບໜຶ່ງເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວໃນການີ່ອະນຸລັກສິ່ງແວດລ້ອມຂອງລັດຖະບານຈີນ. ການປອດການປ່ອຍກາກບອນເປັນຫົວຂໍ້ຮ່ວມສຳລັບມະນຸດ ເຊື່ອວ່າ ງານກິລາໂອລິມປິກລະດູໜາວປັກກິ່ງຈະເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອຊຸກຍູ້ທັດສະນະຄະຕິການພັດທະນາດ້ວຍກາກບອນຕ່ຳ.

 

ສ.ເກົາຫຼີໄດ້ຕີລາຄາສູງຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງວ່າເປັນງານມະຫາກຳທີ່ສົ່ງຄວາມອົບອຸ່ນ ແລະ ຄວາມຊາບຊຶ້ງໃຈ_fororder_webwxgetmsgimg (1)


    ເພື່ອຮັບປະກັນການປ້ອງກັນພະຍາດໂຄວິດ-19ໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງ,ຈີນໄດ້ອອກມາດຕະການປ້ອງກັນພະຍາດແບບປິດຢ່າງເຂັ້ມງວດ, ໄດ້ກຽມພ້ອມແລ້ວສຳລັບການປ້ອງກັນພະຍາດ. ທ່ານຮັງຮີກ່າວວ່າເຊື່ອວ່າບົນພື້ນຖານການຈັດງານກິລາໂອລິມປິກລະດູຮ້ອນໄດ້ຢ່າງສຳເລັດຜົນ,ຈີນຍ່ອມຈະສາມາດຈັດງານມະຫາກຳກິລາໂອລິມປິກໄດ້ີ່ແບບງ່າຍດາຍ, ປອດໄພ ແລະ ຫນ້າຊົມຄັ້ງໜຶ່ງໃຫ້ກັບທົ່ວໂລກ.

ຄຳ​ເຫັນ

0