吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີຣານກ່າວວ່າ:ນະໂຍບາຍຕົ້ນຕໍຂອງອາເມຣິກາຄືສ້າງຄວາມຂັດແຍ້ງລະຫວ່າງອັຟການີສະຖານ ກັບ ປະເທດໃກ້ຄຽງ

2022-01-10 11:36:27 CRI

ອີຣານກ່າວວ່າ:ນະໂຍບາຍຕົ້ນຕໍຂອງອາເມຣິກາຄືສ້າງຄວາມຂັດແຍ້ງລະຫວ່າງອັຟການີສະຖານ ກັບ ປະເທດໃກ້ຄຽງ_fororder_webwxgetmsgimg (2)


    ວັນທີ 9 ມັງກອນນີ້, ທ່ານຮອດເຊັນ ອາເມຍ-ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານໄດ້ພົບປະກັບທ່ານອາເມຍ-ຄານ ມຸດຕາກີ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດອັຟການີສະຖານ.ໃນເວລາພົບປະກັນທ່ານອັບໂດລາຮຽນໄດ້ຕຳໜິນະໂຍບາຍທີ່ຜິດພາດຂອງອາເມຣິກາ ພ້ອມທັງປະເທດພັນທະມິດຢູ່ອັຟການີສະຖານໃນໄລຍະ 20 ປີຜ່ານມາ ແລະ ກ່າວວ່າ ການສ້າງຄວາມຂັດແຍ່ງລະຫວ່າງອັຟການີສະຖານ ກັບ ປະເທດໃກ້ຄຽງເປັນນະໂຍບາຍແກນກາງຂອງອາເມຣິກາຢູ່ເຂດນີ້. ເພື່ອມະນຸດສະທຳໃນການຊ່ວຍເຫຼືອປະຊາຊົນອັຟການີສະຖານໃຫ້ສາມາດຟື້ນຟູສະພາບເສດຖະກິດໃຫ້ດີຂຶ້ນ, ອາເມຣິກາຄວນຍົກເລີກການອາຢັດເງິນຂອງອັຟການີສະຖານ ແລະ ສົ່ງເງິນຄືນໃຫ້ອັຟສະນີສະຖານ.

 

ທ່ານມຸດຕາກີໄດ້ເວົ້າເຖິງການກະທຳທີ່ໂຫດຮ້າຍຂອງອາເມຣິກາທີ່ມີຕໍ່ປະຊາຊົນອັຟການີສະຖານ ເຖິງວ່າອາເມຣິກາໄດ້ຖອນອອກຈາກອັຟການີສະຖານດ້ວຍຄວາມປະລາໄຊແບບອັບອາຍຂາຍໜ້າກໍ່ຕາມ, ແຕ່ອາເມຣິກາຍັງໄດ້ສືບຕໍ່ປະຕິບັດນະໂຍບາຍທີ່ມີຕໍ່ປະຊາຊົນອັຟການີສະຖານ ເຊິ່ງຈະເຮັດໃຫ້ປະຊາຊົນອັຟການີສະຖານ 80% ດຳລົງຊີວິດຕ່ຳກວ່າເສັ້ນຄວາມທຸກຍາກ. ທ່ານໄດ້ສະແດງຄວາມຂອບໃຈອີຣານທີ່ໄດ້ໃຫ້ການຊ່ວຍເຫຼືອຊາວອົບພະຍົບອັຟການີສະຖານເປັນເວລາ 43 ປີມານີ້ ແລະ ກ່າວເນັ້ນວ່າລັດຖະບານຊຸດໃໝ່ຂອງອັຟການີສະຖານຈະບໍ່ເປັນປໍລະມັກກັບປະເທດໃກ້ຄຽງໃດໆ.     

ຄຳ​ເຫັນ

0