刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຈ​ລະ​ຈາກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ຍຸດ​ທະ​ສາດ​ຮອບ​ທີ 3 ລະ​ຫວ່າງ​ຣັດ​ເຊຍ-ອາ​ເມ​ຣິ​ກາ ສິ້ນ​ສຸດ​ລົງ​ແລ້ວ

2022-01-11 16:04:16 cri

ວັນ​ທີ 10 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ການ​​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ຍຸດ​ທະ​ສາດ​ຮອບ​ທີ 3 ລະ​ຫວ່າງ​ຣັດ​ເຊຍ​ກັບ​ອາ​ເມ​ຣິ​ກາ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ສອງ​ຝ່າ​ຕ່າງ​ກໍ​ໄດ້​ຍຶດ​ໝັ້ນ​ໃນ​ຈຸດ​ຢືນ​ທີ່​ເດັດ​ດ່ຽວຂອງ​ຕົນ​ໃນ​ການ​​ເຈ​ລະ​ຈາ ​ແຕ່​ກໍ​ໄດ້​ເປີດ​ປະ​ຕູ​ໃ​ຫ້​ມີ​ການ​ປຶກ​ສາ​ຫາ​ລື​​ກັນ​ອີກ​ໃນ​ໄລ​ຍະຕໍ່​ໄປ.

ໃນ​ການ​​ເຈ​ລະ​ຈາ, ຄະ​ນະ​ຜູ້​ແທນ​ອາ​ເມ​ຣິ​ກາ​ທີ່​ນຳ​ໂດຍ​ທ່ານ​ນາງ ​ເວນ​ດີ ເຊີ​ແມັນ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ​ໄດ້​ປະ​ຕິ​ເສດຂໍ້​ສະ​ເໜີ​ຂອງ​ຣັດ​ເຊຍ​ທີ່​ຫ້າມບໍ່​ໃຫ້​ອົງ​ການ​ນາ​ໂຕ​ຈັດ​ເອົາ​ສາ​ທາ​ລະ​ນະ​ລັດ​ໃນ​ອະ​ດີດ​ສະ​ຫະ​ພາບ​ໂຊວຽດ​ແລະ​ປະ​ເທດ​ໃນ​ເອີ​ຣົບ​ຕາ​ເວັນ​ອອກ​ກາງ​ເຂົ້າ​ເປັນ​ສະ​ມາ​ຊິກ, ​ຣັດ​ເຊຍ​ກ່າວ​ວ່າ: ນີ້​ແມ່ນໜຶ່ງ​ໃນ​ບັນ​ຫາ​ທີ່​ຣັດ​ເຊຍ​ໃຫ້​ຄວາມ​ສົນ​ໃຈ​ທີ່​ສຸດ.

ຫຼັງ​ການເຈ​ລະ​ຈາ, ຣັດ​ເຊຍ​ແລະ​ອາ​ເມ​ຣິ​ກາ​ຕ່າງກໍ່​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ, ທ່ານ​ເຊີ​ເກ ​ຣຽບ​ຄອ​ຟ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ຣັດ​ເຊຍ​ຈະ​ບໍ່​ເປັນ​ໄພ​ຂົ່ມ​ຂູ່​​ປະ​ເທດ​ໃດ ແລະ​ກໍ​ຈະ​ບໍ່​​ຍື່ນ​ຄຳ​ຂາດ. ທ່ານ​ກ່າວ​ວ່າ: ຖ້າ​ວ່າ​ອາ​ເມ​ຣິ​ກາບໍ່​ມີ​ທ່າ​ທີ​ທີ່​ຕັ້ງ​ໜ້າ, ນີ້​ຈະ​ເປັນ​ຄວາມ​ຜິດ​ພາດ​ຂອງ​ນາ​ໂຕ ແລະ​ຈະ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ນາ​ໂຕ.

ທ່ານ​ນາງ​ເຊີ​ແມັນ​ກ່າວ​ວ່າ: ຖ້າ​ວ່າ​ຣັດ​ເຊຍ​ໃຊ້​ມາດ​ຕະ​ການ​ຜ່ອນ​​ຄາຍ ເປັນ​ຕົ້ນ​ຄື: ຖອນ​ທະ​ຫານ​ອອກ​ຈາກ​ເຂດ​ຊາຍ​ແດນ​ອູ​​ແກຼນ, ອາ​ເມ​ຣິ​ກາ​ຍິນ​ດີ​ລົງ​ເລິກ​ການ​ປຶກ​ສາ​ຫາ​​ລື​ກ່ຽວ​ກັບ​ບັນ​ຫາ​ສອງ​ຝ່າຍ​​ໄດ້ໄວ​ກວ່າ​ເກົ່າ.

ຄຳ​ເຫັນ

0