黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ​ໄດ້ສະ​ແດງ​ໃຫ້​ເຫັນ​​ວ່າຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້

2022-01-11 16:57:28 cri

ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ​ໄດ້ສະ​ແດງ​ໃຫ້​ເຫັນ​​ວ່າຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້_fororder_dongao01

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄປ​ສຳ​ຫຼວດ​ວຽກ​ງານ​ການ​ກະ​ກຽມ​​ຄວາມ​ພ້ອມ​ສຳ​ເລັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ໄດ້​ເນັ້ນ​ໜັກ​ວ່າ: ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ເປັນ​ເວ​ລາ​ຫຼາຍ​ປີ, ວຽກ​ງານການ​ກະ​ກຽມ​ຕ່າງໆ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ໜ້າ​ຊົມ, ດີ​ເດັ່ນ​ແລະ​ບໍ່​ທຳ​ມະ​ດາ.

ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ​ຢ່າງ​ຮ້າຍ​ແຮງ, ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ແລະ​ສາຍ​ພັນ​ໂອ​ມິ​ຄ​ຣອນ​ໄດ້ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຢ່າງວ່ອງ​ໄວ, ໄດ້​ເຕືອນ​ໄພ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ, ທັງ​ໄດ້​ເຮັດ​ໃຫ້​ການ​ແຂ່ງ​ຂັນ​ກິ​ລາ​ຂະ​ໜາດ​ໃຫຍ່​ຂອງສາ​ກົນ​ຫຼາຍ​ແຫ່ງ​ບໍ່​ສາ​ມາດ​ດຳ​ເນີນ​​ໄດ້ເປັນ​ປົກ​ກະ​ຕິ. ໃນ​ຂະ​ນະ​ດຽວ​ກັນ​ນີ້, ຢູ່​ປະ​ເທດ​ຈີນ​ຫຼາຍ​ແຫ່ງ​​ກໍ່​ໄດ້​ເກີ​ດມີ​ກໍ​ລະ​ນີ​ທີ່​ມີ​ຜູ້​ຕິດ​ເຊື້ອ​ເປັນ​ຈຸ້ມ. ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຈະ​ມີ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແລະ​ຄະ​ນະນັກ​ກິ​ລາ​​ເດີນ​ທາງມາ​ປະ​ເທດ​ຈີນ​ຢ່າງ​ຫຼວງ​ຫຼາຍ, ​ເຊິ່ງຈະ​ເປັນ​ສິ່ງ​ທ້າ​ທາຍ​​ອັນ​ໃຫຍ່​ຫຼວງ​ສຳ​ລັບວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ແນ່ນອນ.

ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ​ໄດ້ສະ​ແດງ​ໃຫ້​ເຫັນ​​ວ່າຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້_fororder_633b20c85a1243ccbb9400c015d48f0b

ຈີນ​ເຄີຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ທີ່​ຈິງ​ຈັງວ່າ: ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ໜຶ່ງ​ທີ່​ງ່າຍ​ດາຍ, ​ປອດ​ໄພ​​ແລະ​ໜ້າ​ຊົມ​ໃຫ້​ກັບ​ທົ່ວ​ໂລກ. ໃນ​ນັ້ນ, ຄວາມປອດ​ໄພ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ, ຄວາມ​ປອດ​ໄພ​ກໍ​ແມ່ນ​ຖື​ເອົາກໍ​ຄື​ຖື​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ເປັນ​ວຽກ​ງານສຳ​ຄັນ​ທີ່​ສຸດ, ​ເພື່ອຮັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ຝ່າຍ​ຕ່າງໆ​ທີ່​​ເດີນ​ທາງມາ​ເຂົ້າ​ຮ່ວມ​ການ​ແຂ່​ງ​ຂັນ. ​ສະ​ນັ້ນ​ຈຶ່ງສາ​ມາດ​ເວົ້າ​ໄດ້​ວ່າ: ບໍ່​ມີ​ຄວາມ​​ປອດ​ໄພ​ໃນ​ການ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ກໍ່​ບໍ່​ສາ​ມາດ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ໃຫ້​ສຳ​ເລັດ​ໄດ້.

​ດັ່ງ​ນັ້ນ, ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈຶ່ງ​ໄດ້​ວາງ​ແຜນວຽກ​ງານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຄົບ​ຖ້ວນ, ໄດ້ຮ່ວມ​ກັນ​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແລະ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​​ພິມປຶ້ມ​ຄູ່ມື​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ສອງ​ສະ​ບັບ, ​ໃນ​ປຶ້ນ​ຄູ່​ມື​ໄດ້​ກຳ​ນົດ​ 6 ຫຼັກ​ການ​ພື້ນ​ຖານ​ຄື: ຍຶດ​ໝັ້ນ​​ການຈັດ​ການ​ແຂ່ງ​ຂັນ​ຢ່າງ​ງ່າຍ​ດາຍ, ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ແຕ່​ຫົວ​ທີ, ​ສັກ​ວັກ​ຊີນ, ຄຸ້ມ​ຄອງ​ຜູ້​ເຂົ້າ​ຮ່​ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ປັກ​ກິ່ງແບບ​ວົງ​ປິດ, ​ແກ້​ໄຂ​ບັນ​ຫາ​ໃນ​ກໍ​ລະ​ນີ​ພົນ​ຜູ້​ຕິດ​ພະ​ຍາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​,  ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ແບບກວມ​ລວມ. ເຖິງວ່າ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ການ​ແຂ່ງ​ຂັນ​​ມະ​ຫາ​ກຳ​ກິ​ລາຂະ​ໜາດ​ໃຫຍ່​​ຂອງສາ​ກົນແມ່ນ​ບັນ​ຫາ​ຫຍຸ້ງ​ຍາກ​ລະ​ດັບ​ໂລກ​ກໍ​ຕາມ, ແຕ່​ວ່າ, ປະ​ເທດ​ຈີນ​ແມ່ນໜຶ່​ງ​ໃນ​ປະ​ເທດ​ທີ່​ສາ​ມາດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ໄດ້ດີ​ທີ່​ສຸດ, ມີ​ບົດ​ຮຽນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​​ອຸ​ດົມສົມ​ບູນ, ເຊື່ອ​ວ່າ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​ຈະ​ກາຍ​ເປັນ​ແບບ​ຢ່າງ​ຄັ້ງ​ໜຶ່ງ​ໃນ​ການ “ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຢ່າງປອດ​ໄພ.”

ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 6 ມັງ​ກອນ​ປີ​ນີ້, ທ່ານ​​ໄມ​ເຄີີ​ນ ​ໄຣ​ອັນ ຫົວໜ້າບໍລິຫານ​ງານ​ສະ​ພາບ​ສຸກ​ເສີນ​ຂອງ WHO ກ່​າວ​ວ່າ: ຍ້ອນ​ວ່າ​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ເຂັ້ມ​ງວດ​ແລະ​ແຂງ​ແຮງ, WHO ເຫັນ​ວ່າ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ, ຈະ​ບໍ່​ເກີດຄວາມ​ສ່ຽງ​ທີ່ພະ​ຍາດ​ໂຄວິດ-19 ຈະ​ແຜ່​ລະ​ບາດ.

ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ​ໄດ້ສະ​ແດງ​ໃຫ້​ເຫັນ​​ວ່າຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້_fororder_b2ef0d6faa9048d080840e427f2a45b3

ໂດຍ​ແນ່​ໃສ່​ຄຳ​ຖາມ​ຂອງ​ນັກ​ຂ່າວ​​ທີ່​ວ່າ: “​ໂດຍ​ພິ​ຈາ​ລະ​ນາ​ເຖິງເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ໂອ​ມິ​ຄ​ຣອນ​ທີ່ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ໃນ​ປັດ​ຈຸ​ບັນ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຍັງ​ຈະ​ຈັດ​ຂຶ້ນ​ຫຼື​ບໍ່?” ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ໂທ​ມັ​ສ ​ບັກ​ສ໌ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນກ່າວ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ. ທ່ານ​ຍັງ​ກ່າວຕື່ມ​ວ່າ: ຄົນ​ທັງ​ຫຼາຍ​ໄດ້​ເຫັນ​ປະ​ສິດ​ທິ​ຜົນ​ຂອງ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ຂອງ​ປະ​ເທດ​ຈີນ​ມາ​ຫຼາຍ​ເທື່ອ​ແລ້ວ, ​ຈີນ​ປະ​ຕິ​ບັດ​ມາດ​ຕະ​ການ​ກຳ​ຈັດ​​​ເຊື້ອ​ພະ​ຍາດ​ໂຄວິດ-19 ໃຫ້​ເຫຼືອ​ເປັນ​ສູນທີ່​ເຂັ້ມ​ງວດ​ທີ່​ສຸດ​, ​ຈະສາ​ມາດ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ພາກ​ພື້ນ​ໄດ້ໂດຍ​ໄວ.

​ໃນ​ສະ​ພາບ​ການ​ທີ່​ທົ່ວ​ໂລກ​ເກີດ​​ມີການ​ປ່ຽນ​ແປງ​​ຢ່າງ​ໃຫຍ່​ຫຼວງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ບວກ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ແຕ່​ຈີນ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາມ​າດ​ຂອງ​ຈີນ, ທັງ​ຈະ​ກາຍ​ເປັນ​ໂອ​ກາດ​ສຳ​ຄັນ​ທີ່​ຈີນ​​ຈະ​ສາ​ມັກ​ຄີ​ແລະຮ່ວມ​ມື​ກັບ​ທົ່ວ​ໂລກ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ໂລກ.

ຄຳ​ເຫັນ

0