郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ເຕືອນ​ວ່າ: ​ຢ່າ​ຖື​ເອົາ​ໄຕ້​ຫວັນ​ເປັນ​ເກມ​ການ​ພະ​ນັນ ​ບໍ່​ດັ່ງ​ນັ້ນ​ມັນຈະ​ໄໝ້​ຕົນ​ເອງ

2022-01-11 14:40:54 cri

ຈີນ​ກ່າວ​ເຕືອນ​ວ່າ: ​ຢ່າ​ຖື​ເອົາ​ໄຕ້​ຫວັນ​ເປັນ​ເກມ​ການ​ພະ​ນັນ ​ບໍ່​ດັ່ງ​ນັ້ນ​ມັນຈະ​ໄໝ້​ຕົນ​ເອງ_fororder_tw

ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​ລີ​ຕົວ​ນີ​ກໍ່​ເລື່ອງ“​ຈີນ​ໜຶ່ງ​ໄຕ້​ຫວັນ​ໜຶ່ງ”​ຢູ່ໃນ​​ໂລກ,​​ໃນ​ກອງ​ປ​ະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ10ມັງ​ກອນນີ້ ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ໄດ້​ທວງ​​ໃຫ້ລີ​ຕົວ​ນີ​ຈົ່ງ​ດັດ​ແກ້​ຄວາມ​ຜິດ​ພາດຂອງ​ຕົນ​ໃນ​ທັນ​ທີ,ຢ່າ​ສູ່​ເປັນ​ເຄື່ອງ​ມືຂອງ​ອິດ​ທິ​ກຳ​ລັງ​ຕ້ານ​ຈີນ. ຂະ​ນະ​ດຽວ​ກັນ ທ່ານ​ກ່າວ​ເຕືອນ​ອາ​ເມ​ຣິ​ກາ​ວ່າ: ຢ່າ​ຖື​ເອົາ​ໄຕ້​ຫວັນ​ເປັນ​ເກມ​ການ​ພະ​ນັນ ເຊິ່ງຈະ​​​ມີຜົນ​ເສຍ​ຫຼາຍກວ່າ​ຜົນ​ດີ, ທັງຈະ​ໄໝ້​ຕົນ​ເອງ​ເທົ່າ​ນັ້ນ.

ຕາມ​ຂ່າວ​ແຈ້ງວ່າ: ຫວ່າງ​ມໍ່ໆ​ມານີ້ ທ່ານນາງ ​ແຄດ​ເທີ​ລີນ ​ຕ່າຍ ຜູ້​ຕາງ​ໜ້າ​ການ​ຄ້າ​ຂອງ​ອາ​ເມ​ຣິ​ກາ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ວານ​ດີ​ສ ດົມ​ໂບ​ຣ​ຟ​ສະ​ກີ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບ ໂດຍ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ສະ​ຫະ​ພາບ​ເອີ​ລົບ​ແລະ​ລີ​ຕົວ​ນີ​ຮັບ​ມື​ກັບ“​ການບີບ​ບັງ​ຄັບທາງ​ດ້ານ​ເສດ​ຖະ​ກິດ​ຈາກ​ຈີນ”. ຕໍ່​ເລື່ອງນີ້,ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ​ມັນ​ເປັນ​ເລື່ອງ​ຈິງ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ລີ​ຕົວ​ນີ​ໄດ້​ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ທາງ​ການ​ທູດ​ຂອງ​ຕົນໃນ​ເວ​ລາ​ສ້າງ​​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ,ທັງ​ໄດ້​ກໍ່​ເ​ລື່ອງ“​ຈີນ​ໜຶ່ງ​ໄຕ້​ຫວັນ​ໜຶ່ງ” ຢູ່​ໃນ​ໂລກ.ບຸກ​ຄົນ​ຜູ້​ມີ​ຄວາມ​ຮູ້ອັນ​ເລິກ​ເຊິ່ງ​ຂອງ​ລີ​ຕົວ​ນີ​ກໍ່​ໄດ້​ຕຳ​ໜິ​ເລື່ອງນີ້​ຄື​ກັນ. ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ໄດ້ຍຸ​ແຍ່​ໃຫ້​ລີ​ຕົວ​ນີ​ທຳ​ລາຍ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ຕັ້ງ​ແຕ່​ຫົວ​ທີເທົ່າ​ນັ້ນ, ທັງ​​ຍຸ​ຍົງ​ສົ່ງ​ເສີມ​ລັດ​ຖະ​ບານ​ລີ​ຕົວ​ນີ​ຢ່າງບໍ່​ຢຸດຢັ້ງ ໂດຍ​ມີເຈດ​ຕະ​ນາ​ຢາກ​ຖື​ເອົາ​ລີ​ຕົວ​ນີ​ເປັນ​ຜູ້​ຮັບ​ເຄາະ​ແທນ ເພື່ອ​ປະ​ສານ​ສົມ​ທົບ​ກັບ​ກົນ​ອຸ​ບາຍ​ທາງ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ “ທີ່​ໃຊ້​ບັນ​ຫາ​ໄຕ້​ຫວັນ​ມາ​ປາບຈີນ”.

ຄຳ​ເຫັນ

0