李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ທັບ​ສ.ເກົາຫຼີ​ກ່າວ​ວ່າ ສ​ປ​ປ ເກົາຫຼີ​ ໄດ້ຍິງວັດ​ຖຸ​ທີ່​ບໍ່​ຮູ້​​ວ່າແມ່ນ​ຫຍັງ​ໄປ​ທະ​ເລ​ຕາ​ເວັນ​ອອກ

2022-01-11 15:26:47 cri

ວັນ​ທີ 11 ມັງ​ກອນນີ້, ກົມ​ເສ​ນາ​ທິ​ການ​ປະ​ສົມ​ຂອງກອງ​ທັບ ສ.ເກົາຫຼີ ກ່າວ​ວ່າ, ມື້​ດຽວ​ກັນ, ສ​ປ​ປ ເກົາຫຼີ ໄດ້ຍິງວັດ​ຖຸ​ທີ່​ບໍ່​ຮູ້​​ວ່າແມ່ນ​ຫຍັງ​ໄປ​ສູ່​ເຂດ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ.

ກົມ​ເສ​ນາ​ທິ​ການ​ປະ​ສົມ ໄດ້​ສົ່ງ​ຂໍ້​ຄວາມ​ສັ້ນ​ໃຫ້​ສື່ມວນ​ຊົນ ເພື່ອ​ແຈ້ງ​ຂ່າວ​ດັ່ງ​ກ່າວ, ແຕ່​ໃນ​ຂ່າວ ພັດ​ບໍ່​ໄດ້​ແຈ້ງ​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ຍິງ​ຄັ້ງ​ນີ້.

ວັນ​ທີ 5 ມັງ​ກອນ​ຜ່ານ​ມາ, ກົມ​ເສ​ນາ​ທິ​ການ​ປະ​ສົມ​ຂອງ ສ. ເກົາຫຼີ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ສ​ປ​ປ ເກົາຫຼີ ໄດ້​ຍິງວັດ​ຖຸ​ທີ່​ບໍ່​ຮູ້​​ວ່າ​ແມ່ນ​ຫຍັງ​ໄປ​ສູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ​ໃນ​ມື້​ດຽວ​ກັນ. ແລະ​ມາ​ຮອດ​ວັນ​ທີ 6 ມັງ​ກອນ​ຜ່​ານ​ມາ, ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ໄດ້​ລາຍ​ງານ​ວ່າ, ວັນ​ທີ 5 ມັງ​ກອນນີ້, ສ​ປ​ປ ເກົາ​ຫຼີ ໄດ້​​ຍິງຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ໄວ​ເໜືອ​ສຽງຫຼາຍ​ທີ່​ສຸດ ​ຫຼື hypersonic ລູກ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ. ນີ້​ແມ່ນ​ຄັ້ງ​ທີ 2 ທີ່​ ສ​ປ​ປ ເກົາຫຼີ ທົດ​ລອງຍິງ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ໄວ​ເໜືອ​ສຽງຫຼາຍ​ທີ່​ສຸດ ພາຍຫຼັງ​ການ​​ຍິງ​ຂີ​ປະ​ນາ​ວຸດ​ປະ​ເພດ​ດຽວ​ກັນ​ທີ່​ມີ​ຊື່​ວ່າ “ດາວ​ອັງ​ຄານ 8” ລູກ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 28 ກັນ​ຍາ​ປີ​ທີ່​ຜ່ານ​ມາ.

ຄຳ​ເຫັນ

0