吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຍີ່ປຸ່ນກ່າວວ່າ:ມາດຕະການທີ່ຫ້າມບໍ່ໃຫ້ຄົນຕ່າງປະເທດເຂົ້າຍີ່ປຸ່ນຈະປະຕິບັດຈົນຮອດທ້າຍເດືອນກຸມພາ

2022-01-11 15:21:14 CRI

    ຫນັງສືິພິມໄຊຊິມບູນຍີ່ປຸ່ນລາຍງານວ່າ, ວັນທີ 11 ມັງກອນນີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວຢູ່ທຳນຽບນາຍົກລັດຖະມົນຕີ, ທ່ານຟູມີໂອ ກີຊີດະ ນາຍົກລັດຖະມົນຕີຍີປຸ່ນກ່າວວ່າ, ໃນດ້ານຫຼັກການແລ້ວ ມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຫ້າມບໍ່ໃຫ້ຄົນຕ່າງປະເທດທັງຫມົດເຂົ້າຍີ່ປຸ່ນຈະປະຕິບັດຈົນຮອດທ້າຍເດືອນກຸມພາປີນີ້. ນອກຈາກນີ້, ເພື່ອເລັ່ງລັດສັກວັກຊິນໂຄວິດ-19 ເຂັມທີ 3, ຍີ່ປຸ່ນຈະເປີດສູນສັກວັກຊິນຂະຫນາດໃຫຍ່ຄືນໃຫມ່.

 

ນາຍົກຍີ່ປຸ່ນກ່າວວ່າ:ມາດຕະການທີ່ຫ້າມບໍ່ໃຫ້ຄົນຕ່າງປະເທດເຂົ້າຍີ່ປຸ່ນຈະປະຕິບັດຈົນຮອດທ້າຍເດືອນກຸມພາ_fororder_src=http_%2F%2Fi6.hexun.com%2F2019-05-03%2F197055190.jpg&refer=http_%2F%2Fi6.hexun


    ວັນທີ 11 ມັງກອນນີ້, ຂ່າວສານກຽວໂດຍີປຸ່່ນລາຍງານວ່າ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານຟູມີໂອ ກີຊີດະກ່າວວ່າ, ສຳລັບເດັກນ້ອຍທີ່ອາຍຸຍັງບໍ່ຮອດ 12 ປີທີ່ບໍ່ຢູ່ໃນມາດຖານການສັກວັກຊິນໂຄວິດ-19 ກ່ອນຫນ້ານີ້ນັ້ນ, ຖ້າມີຄວາມຕ້ອງການຢາກສັກວັກຊິນ, ລັດຖະບານຈະສັກໃຫ້ໂດຍໄວ.

ຄຳ​ເຫັນ

0