郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທວາງ​ແຜນ​ຈະກຳ​ນົດ​ໃຫ້​ພະ​ຍາດ​ໂຄວິດ-19ເປັນ​ພະ​ຍາດ​ຕິດ​ແປດ​ຕາມ​ທ້ອງ​ຖິ່ນ​ກ່ອນ​ທ້າຍ​ປີ2022

2022-01-11 14:25:36 cri

ໄທວາງ​ແຜນ​ຈະກຳ​ນົດ​ໃຫ້​ພະ​ຍາດ​ໂຄວິດ-19ເປັນ​ພະ​ຍາດ​ຕິດ​ແປດ​ຕາມ​ທ້ອງ​ຖິ່ນ​ກ່ອນ​ທ້າຍ​ປີ2022_fororder_93927713

ວັນ​ທີ10ມັງ​ກອນນີ້ ທ່ານ ກຽດ​ຕິ​ພູມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ: ພາຍ​ຫຼັງສູ້​ກັບ​ພະ​ຍາດ​ໂຄວິດ-19ເປັນ​ເວ​ລາ​ດົນ​ນານ​ມາແລ້ວ,​ປະ​ເທດໄທ​ຄ່ອຍໆ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຢູ່​ທີ່​ຄົນ​ກັບ​ເຊື້ອ​ພະ​ຍາດ​ຢູ່​ຮ່ວມ​ກັນ. ໂດຍ​ສະ​ເພາະ​ແມ່ນ​ສະ​ພາບ​ພະ​ຍາດ​ໂຄວິດ-19ຮອບ​ໃໝ່​ທີ່​ເກີດ​ຈາກ​ເຊື້ອ​ພະ​ຍາດ​ໂວ​ຄິດ19​ກາຍ​ພັນ​ໂອ​ມີ​ຄ​ຣອນ,ເຖິງວ່າ​ມັນແຜ່​ລະ​ບາດ​ໄວ​ຫຼາຍ,ແຕ່ບໍ່​ມີ​ຜົນ​ຮ້າຍ​ທີ່​ໜັກ​ໜ່ວງປານ​ໃດ,ອັດ​ຕາ​ມີ​ອາ​ການ​ສາ​ຫັດ​ແລະ​ອັດ​ຕາ​ເສຍ​ຊີ​ວິດ​ລ້ວນ​ແຕ່​ຫຼຸດ​ຕ່ຳ​ລົງ​ຢ່າງ​ຫຼາຍ.ສະ​ນັ້ນ ​ກົມ​ປ້ອງ​ກັນແລະ​ຄວບ​ຄຸມພະ​ຍາດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ຈຶ່ງ​ມີ​ແຜນ​​ຈະ​ກຳ​ນົດ​ໃຫ້​ພະ​ຍາດ​ໂຄວິດ-19ເປັນ​ພະ​ຍາດ​ຕິດ​ແປດ​ຕາມ​ທ້ອງ​ຖິ່ນ​ກ່ອນ​ທ້າຍ​ປີ2022.

​ທ່ານ ກຽດ​ຕິ​ພູມ ​ກ່າວ​ວ່າ:ການ​ກຳ​ນົດ​ໃຫ້​ພະ​ຍາດ​ໂຄວິດ-19ເປັນ​ພະ​ຍາດ​ຕິດ​ແປດ​ຕາມ​ທ້ອງ​ຖິ່ນ​​ຕ້ອງ​ອາ​ໄສ​ມາດ​ຖານ​ຂອງ​ມັນ ເຊັ່ນ​ວ່າ: ເມື່ອ​ຕິດ​ພະ​ຍາດ​ແລ້ວ​ບໍ່ມີ​ອາ​ການສາ​ຫັດ ຂະ​ນະ​ດຽວ​ກັນ ​ອັດ​ຕ​າ​ການຕາຍ​ກໍ່​ຕ່ຳ​ຫຼາຍ, ປະ​ຊາ​ຊົນ​​ມີ​ພູມ​ຕ້ານ​ທານ​ໂດຍ​ທົ່ວ​ໄປ, ລະ​ບົບ​ການ​ປິ່ນ​ປົ​ວ​ໄດ້​ເຮັດ​ວຽກ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ ແລະ​ອື່ນໆ.

ຄຳ​ເຫັນ

0