郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຢູ່​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ​ເຮັດ​ໃຫ້ໂຮງ​ໝໍຂາດ​ເຂີນ​ແພດ​ໝໍ​ຢ່າງ​ຫຼວງ​ຫຼາຍ

2022-01-11 14:15:35 cri

图片默认标题_fororder_181294032

ຫວ່າງ​ມໍ່ໆ​ມານີ້, ຢູ່​ອາ​ເມ​ຣິ​ກາ ​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ເພີ່ມ​ໃໝ່​ຕໍ່​ມື້ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ,ເຊິ່ງ​ເຮັດ​ໃຫ້​ໂຮງ​ໝໍ​ຫຼາຍ​ແຫ່ງ​ຢູ່​ອາ​ເມ​ຣິ​ກາ​ຂາດ​ເຂີນ​ພະ​ນັກ​ງານ​​ແພດໝໍ​ແລະ​ຕຽງ​​ຄົນ​ເຈັບ. ອີງ​ຕາມ​ສະ​ຖິ​ຕິ​ຫຼ້າ​ສຸດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂອງ​ອາ​ເມ​ຣິ​ກາ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ ຈຳ​ນວນ​ຄົນ​ນອນ​ໂຮງ​ໝໍ​ຍ້ອນ​ພະ​ຍາດ​ໂຄວິດ-19ຢູ່​ອາ​ເມ​ຣິ​ກາຫຼາຍກວ່າ141ພັນ​ຄົນ,ແລະ​ມີ​ໂຮງ​ໝໍ​ປະ​ມານ25,3%ຕົກຢູ່​ໃນ​ສະ​ພາບ​ການ​ຂາດ​​ເຂີນພະ​ນັກ​ງານ​​ແພດໝໍ​ຢ່າງ​ໜັກ​ໜ່ວງ.

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຢູ່​ອາ​ເມ​ຣິ​ກາ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວນັ້ນ ໄດ້​ເພີ່ມ​​ພາ​ລະ​ໃຫ້​ກັບ​ໂຮງ​ໝໍ​ແລະ​ພະ​ນັກ​ງານ​ແພດໝໍ​ຢ່າງ​ຫຼວງ​ຫຼາຍ. ຍ້ອນ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ແວດ​ລ້​ອມ​ການ​ເຮັດ​ວຽກ​ທີ່​ມີ​ຄວາມ​ກົດ​ດັນ​ສູງ​ເປັນ​ເວ​ລາ​ຍາວ​ນານ,ສຸ​ຂະ​ພາບ​​ຈິດຂອງ​ພະ​ນັກ​ງານແພດໝໍ​ຫຼາຍໆ​ຄົນ​ໄດ້​ຮັບ​ຜົນ​​ກະ​ທົບ. ຜູ້​ຊ່ຽວ​ຊານ​ກ່າວ​ວ່າ: ປັດ​ຈຸ​ບັນ ບັນ​ຫາສຸ​ຂະ​ພາບ​ຈິດຂອງ​ພະ​ນັກ​ງານ​​ແພດໝໍ​​ຂອງ​ອາ​ເມຣິ​ກາ​ໄດ້​ລະ​ເບີດ​ອອກມາ​ຢ່າງ​ໂຮມ​ສູນ,ໃນ​ຈຳ​ນວນ60%​ຂອງ​ເຂົາ​ເຈົ້າກ່າວ​ວ່າ:ສະ​ພາບ​ພະ​ຍາດ​ໂຄວິດ-19ໄດ້​ທຳ​ລາຍສຸ​ຂະ​ພາບ​ຈິດ​ຂອງເຂົາ​ເຈົ້າ​ຢ່າງ​ໜັກ​ໜ່ວງ; ມີ​ເກືອບ70%ເຫັນ​ວ່າ ​ບັນ​ຫາສຸ​ຂະ​ພາບ​​ຈິດ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຍ້ອນ​ສະ​ພາບ​​ພະ​ຍາດ​ໂຄວິດ-19ໄດ້​ຮ້າຍແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,ບັນ​ຫາ​ດັ່ງ​ກ່າວ​ຈະ​ບໍ່​ສາ​ມາດແກ້​ໄຂໄດ້​ພາຍ​ໃນ​ໄລ​ຍະ​ສັ້ນ.

ຄຳ​ເຫັນ

0