刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຕ້ອງ​ຮັບ​ຮູ້​ແລະ​ນຳ​ໃຊ້ບົດ​ຮຽນ​ປະ​ຫວັດ​ສາດ​ໃນການ​ບຸກ​ບືນ​ສູ້​ຊົນຮ້ອຍ​ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ດີກວ່າ​ເກົ່າ

2022-01-12 15:54:26 cri

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຕ້ອງ​ຮັບ​ຮູ້​ແລະ​ນຳ​ໃຊ້ບົດ​ຮຽນ​ປະ​ຫວັດ​ສາດ​ໃນການ​ບຸກ​ບືນ​ສູ້​ຊົນຮ້ອຍ​ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ດີກວ່າ​ເກົ່າ_fororder_1128253361_16419126403781n.JPG

ຕອນ​ເຊົ້າ​ວັນ​ທີ 11 ມັງ​ກອນ​ນີ້, ຊຸດສຳ​ມະ​ນາ​ຫົວ​ຂໍ້​ສະ​ເພາະ​ຂອງພະ​ນັກ​ງານ​ການ​ນຳ​ຕົ້ນ​ຕໍ​ລະດັບ​ແຂວງ​ແລະ​ລັດ​ຖະ​ມົນ​ຕີ​ໄດ້​ເປີດ​ຂຶ້ນ​ຢູ່ໂຮງ​ຮຽນ​ພັກ​ສູນ​ກາງ​ຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດ ໂດຍ​ກ່າວ​ເນັ້ນ​ວ່າ: ຕ້ອງ​ຮັບ​ຮູ້​ແລະ​ນຳ​ໃຊ້​ບົດ​ຮຽນ​ປະ​ຫວັດ​ສາດ​ໃນການ​ບຸກ​ບືນ​ສູ້​ຊົນ​ຮ້ອຍ​ປີ​ຂອງ​ພັກກອມ​ມູ​ນິດ​ຈີນ​ໃຫ້​ດີ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​​ສ້າງ​ຕັ້ງພັກ​ທີ່​ຍິ່ງ​ໃຫຍ່, ເພີ່ມ​ຄວາມ​ໝັ້ນ​ໃຈ​ດ້ານ​ປະ​ຫວັດ​ສາດ​ຂອງ​ຕົນ, ເພີ່ມ​ທະ​​ວີ​ຄວາມ​ສາ​ມັກ​ຄີ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ຈິດ​ໃຈ​​ບຸກ​ບືນ​ສູ້​ຊົນ, ພະ​ຍາ​ຍາມ​​ສູ້​ຊົນຢ່າງບໍ່​ລົດ​ລະ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ສູ້​ຊົນ​ຄົບ​ຮອບ​ 100 ​ປີ​ເຫດ​ການທີ​ສອງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ໃນ​ຂະ​ບວນ​ການ​ສູ້​ຊົນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຜ່ານ​​ຜ່າ​ຟ້າ​ຝົນ​ລົມ​ແດງ​ແຕ່​ຍັງ​ມີ​ຄວາມ​ຂະ​ຫຍັນ​ຫ້າວ​ຫັນ ທັງໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ, ນີ້​ແມ່ນ​ຍ້ອນ​ວ່າ ພັກ​ກອມ​ມູ​ນິດ​ຈີນ​ກ້າ​​ຜະ​ເຊີນ​ໜ້າ​ກັບ​ບັນ​ຫາ​ຂອງ​ຕົນ, ກ້າ​ດຳ​ເນີນ​ການ​ປະ​ຕິ​ວັດ​ດ້ວຍ​ຕົນ​ເອງ. ໃນ​ບັນ​ຫາ​ພື້ນ​ຖານ​ທີ່​ວ່າ: ກຳ​ອຳ​ນາດ​ເພື່ອ​ໃຜ, ໃຊ້​ອຳ​ນາດ​ເພື່ອ​ໃຜ ແລະ​ສ້າງ​ຜົນ​ປະ​ໂຫຍດ​ເພື່ອ​ໃຜ, ພວກ​ເຮົາ​ຕ້ອງ​ມີ​ຄວາມ​​ຮັບ​ຮູ້​ຢ່າງ​ກະ​ຈ່າງ​ແຈ້ງ, ມີຫຼັກ​ໝັ້ນ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນເປັນ​ພິ​ເສດ. ​ບັນ​ດາສະ​ຫາຍ​ທົ່ວ​ພັກ​ກໍ​ຕ້ອງ​ເປັນ​ຄົນ​ທີ່​ປອດໄສ​ຂາວ​ສະ​ອາດ, ເຮັດ​ວຽກ​ຢ່າງ​​ບໍ​ລິ​ສຸດ​ຜຸດ​ຜ່ອງ ແລະ​ຮັກ​ສາ​​ຮາກ​​ເຫງົ້າທາງ​ການ​ເມືອງ​ທີ່ບໍ​ລິ​ສຸດ​ຜຸດ​​ຜ່ອງ. ການກໍ່​ສ້າງ​ແບບ​ແຜນ​ທີ່​ດີ​ຂອງ​ພັກ​ແລະ​ການ​ບໍ​ລິ​ຫານ​ລັດ​ທີ່​ປອດ​ໄສ​ຂາວ​ສະ​ອາດ ພ້ອມ​ດ້ວຍ​ການ​ຕໍ່​ສູ້ຕ້ານການສໍ້ລາດບັງຫຼວງ​ແມ່ນ​ວຽກ​ງານ​ທີ່​ຕ້ອງດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ໂດຍບໍ່​ມີ​ວັນ​ສິ້ນ​ສຸດ​ລົງ, ບໍ່​ວ່າຜູ້​ໃດ​ທີ່​ໄດ້​ລະ​ເມີດ​ລະ​ບຽບ​ວິ​ໄນ​ຂອງ​ພັກ​ແລະ​ກົດ​ໝາຍ​ຂອງ​ປະ​ເທດ, ກໍ​​ຕ້ອງຖືກ​ປັບ​​ໄໝ​ແລະ​ລົງ​ໂທດ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0