郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ​ເກົາ​ຫຼີ​ໄດ້ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ໄວ​​ເໜືອ​ສຽງ​ພິ​ເສດ​ຢ່າງ​ສຳ​ເລັດ​ຜົນ​ອີກ​ເທື່ອ​ໜຶ່ງ

2022-01-12 16:34:53 cri

图片默认标题_fororder_799729716

​ຂ່າວ​ສານສູນ​ກາງ​ເກົາ​ຫຼີ​ລາຍ​ງານ​ໃນວັນ​ທີ12ມັງ​ກອນນີ້ວ່າ: ວັນ​ທີ11ມັງ​ກອນນີ້ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ້ອງ​ກັນ​ປະ​ເທດ​ສ​ປ​ປ​ເກົາ​ຫຼີ​ໄດ້ທົດ​ລອງ​​ຍິງ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ໄວ​​ເໜືອ​ສຽງ​ພິ​ເສດ​​ຢ່າງ​ສຳ​ເລັດ​ຜົນ​ເທື່ອ​ໜຶ່ງ ໂດຍ​ມີທ່ານ​ກິມ​ເຈີ​ງ​ອຸນ ເລ​ຂາ​ທິ​ການ​ໃຫຍ່​ພັກ​ແຮງ​ງານ​ເກົາ​ຫຼີ​ເຂົ້າ​ຮ່ວມ​ຊົມ​ແລະ​ຊີ້​ນຳ​ການ​ທົດ​ລອງ​ເທື່ອນີ້.

ທ່ານ​ກິມ​ເຈິງ​ອຸນ​ໄດ້​ຮັບ​ຟັງ​ການ​ອະ​ທິ​ບາຍ​ສັງ​ລວມ​ກ່ຽວ​ກັບ​ລະ​ບົບ​​ຂີ​ປະ​ນາ​ວຸດດັ່ງ​ກ່າວ​ຈາກ​ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ້ອງ​ກັນ​ປະ​ເທດ. ທ່ານ​ກິມ​ເຈີງ​ອຸນ​ກ່າວ​ວ່າ:ຕ້ອງ​ເພີ່ມ​ທະ​ວີ​ກຳ​ລັງ​ການ​ທະ​ຫານ​ທາງ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ​ຈາກ​ດ້ານ​ຄຸນ​ນະ​ພາບ​ແລະ​​ປະ​ລິ​ມານ,ເລັ່ງ​ລັດ​ບາດ​ກ້າວ​​ຫັນ​ເປັນທັນ​ສະ​ໄໝ​ໃຫ້​ກັບກອງ​ທັບ​ຕື່ມ​ອີກ.

ນີ້​ແມ່ນເທື່ອທີ3ທີ່​ສ​ປ​ປ​ເກົາ​ຫຼີທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ໄວ​​ເໜືອ​ສຽງ​ພິ​ເສດແຕ່​ເດືອນ​ກັນ​ຍາ​ປີ​ກາຍນີ້​ເປັນ​ຕົ້ນ​ມາ, ແລະ​ແມ່ນ​ທ່ານ​ກິມ​ເຈີງ​ອຸນ​ໄດ້​ຊົມການທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ເປັນ​​ເທື່ອ​ທຳ​ອິດ​ຢູ່​ສະ​ຖານ​ທີ່​ທົດ​ລອງ​ນັບ​ແຕ່​ເດືອນ​ມີ​ນາ​ປີ2020ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0