吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນກ່າວວ່າ:ອາເມຣິກາໃສ່ຮ້າຍປ້າຍສີຈີນເລື້ອຍໆໂດຍມີຈຸດປະສົງສະກັດກັ້ນການພັດທະນາຂອງຈີນ

2022-01-12 10:54:06 CRI

ກະຊວງການຕ່າງປະເທດຈີນກ່າວວ່າ:ອາເມຣິກາໃສ່ຮ້າຍປ້າຍສີຈີນເລື້ອຍໆໂດຍມີຈຸດປະສົງສະກັດກັ້ນການພັດທະນາຂອງຈີນ_fororder_src=http_%2F%2Finews.gtimg.com%2Fnewsapp_bt%2F0%2F14117029210%2F1000.jpg&refer=http_%2F%2Finews.gtimg


    ວັນທີ 11 ມັງກອນນີ້, ໃນກອງປະຊຸມຂ່າວ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ອັນທີ່ເອີ້ນວ່າ: “ການດັບສູນເຊື້ອຊາດ” ແລະ “ການກໍ່ອາຊະນາກຳຕ້ານມະນຸດ” ຢູ່ເຂດຊິ່ນຈ່ຽງປະເທດຈີນແມ່ນຄຳເວົ້າຂີ້ຕົວະແຫ່ງສະຕະວັດທີ່ຄົນອາເມຣິກາບາງຄົນສ້າງຂຶ້ນ. ອາເມຣິກາໃສ່ຮ້າຍປ້າຍສີຈີນເລື້ອຍໆ ໂດຍມີຈຸດປະສົງທຳລາຍພາບພົດຂອງຈີນ ແລະ ສະກັດກັ້ນການພັດທະນາຂອງຈີນ, ກົນອຸບາຍຂອງເຂົາເຈົ້າຍ່ອມຈະບໍ່ປະສົບຄວາມສຳເລັດ.

 

ຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ທ່ານອັນໂຕນີ ບຼິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການອີກຕື່ມເພື່ອຕຳໜິຈີນຢ່າງໄຮ້ສາລະ. ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານວ່າງເວີນປິ່ນກ່າວວ່າ:

 

ໃນຫຼາຍປີຜ່ານໄປ, ອາເມຣິກາຖືປະຊາທິປະໄຕ, ສິດທິມະນຸດ ແລະ ສາສະໜາເປັນຂໍ້ອ້າງ, ເພື່ອລົງໂທດເຈົ້າໜ້າທີ່ຈີນຫຼາຍສິບຄົນ ແລະ ອົງການຫຼາຍແຫ່ງຂອງຈີນແຕ່ຝ່າຍດຽວໃນບັນຫາທີ່ກ່ຽວພັນເຖິງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນ ເຊັ່ນ: ເຂດຊິນຈຽງ ແລະ ເຂດຮົງກົງຈີນ ໂດຍອີງຕາມກົດໝາຍພາຍໃນຂອງປະເທດອາເມຣິກາຢ່າງໄຮ້ສາລະ, ການກະທຳທີ່ກ່ຽວຂ້ອງໄດ້ແຊກແຊງວຽກງານພາຍໃນຂອງຈີນ ແລະ ສ້າງຜົນກະທົບຕໍ່ຜົນປະໂຫຍດຂອງຈີນຢ່າງຮ້າຍແຮງ.ຈີນໄດ້ຕອບໂຕ້ຄືນຕາມກົດໝາຍ, ນີ້ແມ່ນການກະທຳເພື່ອປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງປະເທດຕົນ ແລະ ແມ່ນເລື່ອງທີ່ສົມເຫດສົມຜົນທີ່ສຸດ. ຈີນຈະສືບຕໍ່ໃຊ້ມາດຕະການທັງໝົດທີ່ຈຳເປັນ ເພື່ອປົກປັກຮັກສາອະທິປະໄຕ, ກຽດສັກສີ ພ້ອມທັງສິດ ແລະ ຜົນປະໂຫຍດອັນຖືກຕ້ອງຂອງປະເທດຕົນ.

ຄຳ​ເຫັນ

0